ກອງປະຊຸມສຳມະນາກ່ຽວກັບການປ້ອງກັນ ແລະ ຄວບຄຸມໄຂ້ເລືອດອອກ

 

ກອງປະຊຸມສຳມະນາກ່ຽວກັບການປ້ອງກັນ ແລະ ຄວບຄຸມໄຂ້ເລືອດອອກ - ảnh 1
ພາບປະກອບ: internet



(vovworld) - ຕອນ​ເຊົ້າ​ວັນ​ທີ 2/10 ຢູ່ ນະຄອນ ​ໂຮ່ຈິ​ມີນ,​ ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຂັ້ນ​ພາກ​ພື້ນ​ກ່ຽວກັບ​ການ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຄວບ​ຄຸມ​ໄຂ້​ເລືອດອອກ ​ແລະ ສະ​ເຫ​ນີບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​​ໄຂ້​ເລືອດອອກ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້ຕາງຫນ້າ​ອົງການ​ອະນາ​ໄມ​ໂລກ, ທະນາຄານ​ພັດທະນາ ອາຊີ, ຜູ້​ຕາງຫນ້າ​ຂະ​​ແຫນງ​ສາທາລະນະ​ສຸກ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື: ກຳປູ​ເຈຍ, ສິງກະ​ໂປ, ລາວ… ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​​ໂດຍ​ສັງ​ເຂ​ບກ່ຽວກັບ​ສະພາບ​ໄຂ້​ເລືອດອອກ​ຢູ່​ໃນ​ໂລກ ​ແລະ ຢູ່ ຫວຽດນາມ, ບັນດາ​ຍຸດ​ທະ​ສາດ​ທົ່ວ​ໂລກ, ຍຸດ​ທະ​ສາດ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄຂ້​ເລືອດ​ອອກ. ຜ່ານ​ນັ້ນ ຂະ​ແຫນງ​ສາທາລະນະ​ສຸກ​ບັນດາ​ປະ​ເທດ​ຈະ​ສ້າງ​ມາດ​ຕະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄຂ້​ເລ​ືອດອອກ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຢູ່​ປະ​ເທດ​ຕົນ. ຮອງ​ສາ​ສະ​ດາ​ຈານ, ດຣ Nguyen Thanh Long ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ:

        “ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ແບ່ງປັນ​ບັນດາ​ບົດຮຽນ​ສຳ​ເລັດ​ຜົນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ຈາກ​ນັ້ນ ພວກ​ເຮົາ​ທົບທວນຄືນ​ບັນດາ​ລາຍການ, ຈຸດໝາຍ, ຮູບ​ແບບ​ປະຕິບັດ​ຂອງ​ຕົນສຳ​ເລັດ​ຜົນ​ຫລື​ບໍ່ ​ເພື່ອ​ໃຫ້​ພວກ​ເຮົາ​ແບ່ງປັນ​ກັບ​ເພື່ອນ​ມິດສາ​ກົນ. ຂ້າພະ​ເຈົ້າ​ຖື​ວ່າ ນັ້ນ​ແມ່ນ​ບັນຫາ​ສຳຄັນ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກ​ລະບາດ. ​ໄລຍະ​ຈະ​ມາ​ເຖິງ ກະຊວງ​ສາທາລະນະ​ສຸກ ຈະ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ​ເພື່ອ​ເພີ່ມ​ທະວີ​ການ​ຊີ້​ນຳ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ.”

 

ຂ່າວ/ບົດ​ອື່ນ