ກອງປະຊຸມສຳມະນາກ່ຽວກັບວຽກງານເສນາທິການສັງລວມຮັບໃຊ້ລັດຖະບານແລະນາຍົກລັດຖະມົນຕີຫວຽດນາມ-ລາວ

ກອງປະຊຸມສຳມະນາກ່ຽວກັບວຽກງານເສນາທິການສັງລວມຮັບໃຊ້ລັດຖະບານແລະນາຍົກລັດຖະມົນຕີຫວຽດນາມ-ລາວ - ảnh 1
ກອງປະຊຸມສຳມະນາກ່ຽວກັບວຽກງານເສນາທິການສັງລວມ
ຮັບໃຊ້ລັດຖະບານແລະນາຍົກລັດຖະມົນຕີຫວຽດນາມ-ລາວ
(ພາບ: baonghean.vn)


(vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ງານ​ເສນາ​ທິການ​ສັງ​ລວມ ຮັບ​ໃຊ້​ລັດຖະບານ​ແລະ​ນາຍົກລັດຖະມົນຕີ 2 ປະ​ເທດຫວຽດນາມ - ລາວ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 05/09, ຢູ່​ແຂວງ ​ເງະ​ອານ. ບາງ​ບັນຫາ​ເຊິ່ງຜູ້​ແທນປຶກສາ​ຫາລື​ຄື: ບົດບາດ​ຂອງ​ຫ້ອງ​ວ່າການ​ລັດຖະບານ ​ໃນ​ການ​ປະ​ຕິ​ບັດ​ກົດ​ລະບຽບ​ເຮັດ​ວຽກ​ຂອງ​ລັດຖະບານ; ​ເປັນ​ເສນາ​ທິການ​ກວດກາ​ແຜນ​ຮ່າງ, ​ໂຄງການ​ໂດ​ຍບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຍື່ນສະ​ເໜີ​ຕໍ່​ລັດຖະບານ, ນາຍົກລັດຖະມົນຕີ​; ລວ​ບລວມ​ໃຫ້ລັດຖະບານ ​ແລະ ນາຍົກລັດຖະມົນຕີ ​ໃນ​ຂົງ​ເຂດ​ພົວພັນ​ກັບ​ສາກົນ; ​ໂຄສະ​ນາ​ເນື້ອ​ໃນ​ພື້ນຖານ​ຂອງ​ກົດ​ລະບຽບ​ເຮັດ​ວຽກ​ຂອງ​ຫ້ອງ​ວ່າການ​ລັດຖະບານ… ກອງ​ປະຊຸມ​ສຳ​ມະ​ນາ​ໂດ​ຍຫ້​ອງວ່າການ​ລັດຖະບານ​ຫວຽດນາມ ​ແລະ ຫ້ອງ​ວ່າການ​ລັດຖະບານ​ລາວ ຈັດ​ຕັ້ງ, ​ເພື​່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວພັນ​ໃນ​ວຽກ​ງານ​ເປັນ​ເສ​ນາ​ທິການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ