ກອງປະຊຸມສຳມະນາທະເລຕາເວັນອອກປະຈຳປີຄັ້ງທີ7ຖືກດຳເນີນຢູ່ນະຄອນຫຼວງວໍຊິງຕັນ

(VOVWORLD) -ວັນທີ 18 ກໍລະກົດ, ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນອາເມລິກາ (CSIS) ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ, ໄດ້ຈັດກອງປະຊຸມສຳມະນາທະເລຕາເວັນອອກ ປະຈຳປີ ຄັ້ງທີ 7.

ກອງປະຊຸມສຳມະນາທະເລຕາເວັນອອກປະຈຳປີຄັ້ງທີ7ຖືກດຳເນີນຢູ່ນະຄອນຫຼວງວໍຊິງຕັນ - ảnh 1 ກອງປະຊຸມສຳມະນາທະເລຕາເວັນອອກປະຈຳປີຄັ້ງທີ7ຖືກດຳເນີນຢູ່ນະຄອນຫຼວງວໍຊິງຕັນ

(ພາບ: thanhnien.vn)

ນີ້ແມ່ນເວທີປາໄສເພື່ອໃຫ້ວົງການນັກຊ່ຽວຊານ, ນັກຮຽນຮູ້ຂອງອາເມລິກາ ແລະ ຫຼາຍປະເທດອື່ນ ແລກປ່ຽນກ່ຽວກັບບັນດາການຜັນແປຫຼ້າສຸດ ແລະ ໄຈ້ແຍກບັນດາການຄັດເລືອກນະໂຍບາຍຢູ່ເຂດທະເລນີ້. ກອງປະຊຸມສຳມະນານີ້ໄດ້ຮັບການຈັດຕັ້ງພາຍຫຼັງ 1 ປີທີ່ຄຳຕັດສິນຂອງສານ ອະນຸຍາໂຕຕຸລາການ (PCA) ກ່ຽວກັບຄະດີຮ້ອງຟ້ອງຂອງ ຟີລິບປີນ ສຳລັບບັນດາຄຳຖະແຫຼງອະທິປະໄຕໄຮ້ເຫດຜົນຂອງຈີນ ຢູ່ທະເລຕາເວັນອອກ. ຜູ້ຕາງໜ້າຂອງຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາປີນີ້ລວມມີ: ທ່ານຫົວໜ້າສະຖາບັນທະເລຕາເວັນອອກ, ສະຖານບັນການຕ່າງປະເທດຫວຽດນາມ ເຈີ່ນເຈື່ອງຖຸຍ ແລະ ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ສະຖາບັນການຕ່າງປະເທດຫວຽດນາມ ດັ້ງເກີມຕູ໋.

        ກອງປະຊຸມສຳມະນາ ໄດ້ແບ່ງເປັນ 5 ວາລະປຶກສາຫາລືຕົ້ນຕໍ່. ບັນດາບັນຫາທີ່ໄດ້ປຶກສາຫາລືລວມມີ: ຢັ້ງຢືນບົດບາດຂອງອາເມລິກາ ໃນພາກພື້ນອາຊີ - ປາຊີຟິກ, ສະພາບຕົວຈິງຢູ່ທະເລຕາເວັນອອກໃນໄລຍະ 1 ປີຜ່ານມາ, ບັນດາບັນຫາດ້ານກົດໝາຍ ແລະ ສິ່ງແວດລ້ອມ ແລະ ບັນດາບາດກ້າວຕໍ່ໄປ, ການຫັນເປັນການເຄື່ອນໄຫວທາງການທະຫານ, ຕ້ານການບີບບັງຄັບ ແລະ ສ້າງກຳລັງຄວາມສາມາດ ແລະ ນະໂຍບາຍທະເລຕາເວັນອອກຂອງອຳນາດການປົກຄອງໃໝ່ຢູ່ອາເມລິກາ…

ຕອບກັບ

ຂ່າວ/ບົດ​ອື່ນ