ກອງປະຊຸມສຳມະນາ“ພໍ່ແມ່ເອີຍ - ລູກຢາກເວົ້າ”ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ກອງປະຊຸມສຳມະນາ“ພໍ່ແມ່ເອີຍ - ລູກຢາກເວົ້າ”ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
ກອງປະຊຸມສຳມະນາ“ພໍ່ແມ່ເອີຍ - ລູກຢາກເວົ້າ”
ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 18/09, ຫ້ອງການ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລ​ະ ວັດທະນະທຳ​ຂອງ​ສະ​ຫະປະຊາ​ຊາດ (UNESCO) ສົມທົບກັບ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ສະ​ຖາ​ບັນ​ວິ​ທະຍາ​ສາດ​ການ​ສຶກສາ, ຫໍພິພິດ​ທະ​ພັນ​ແມ່​ຍິງ ຫວຽດນາມ ​ແລ​ະ ​ໂຮງຮຽນມັດ​ທະ​ຍົມທົດ​ລອງຈັດ​ຕັ້ງ​ລາຍການສື່​ມວນ​ຊົນ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ “ພໍ່​ແມ່​ເອີຍ - ລູກ​ຢາກ​ເວົ້າ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ມີ​ທີ່ພົ້ນ​ເດັ່ນ​ຂອງ​ໂຄງການ​ກ່ຽວ​ກັບ “ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ, ການ​ສຶກສາ​ເດັກ​ຍິງ​ຢູ່ ຫວຽດນາມ: ​ມອບ​ສິດ​ໃຫ້​ເດັກ​ຍິງ ​ແລະ ​ແມ່ຍິງ ​ເພື່ອ​ສັງຄົມ​ມີ​ຄວາມ​ຍຸຕິ​ທຳ​ກ່ວາ”. ດ້ວຍ​ເປົ້າ​ໝາຍສະໜອງ​ໃຫ້​ພໍ່, ​ແມ່ ​ແລະ ພວກ​ນ້ອງ​ນັກຮຽນ​ບັນດາ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ບັນດາ​ການ​ເຄື່ອນ​​ໄຫວ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ຢູ່​ໂຮງຮຽນ​ມັດທະຍົມທົດ​ລອງ​ໄດ້​ສ້າງ​ກາລະ​ໂອກາດ​ໃຫ້​ເດັກ​ສະ​ແດງ​ຄວາມ​​ເຫັນ, ​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາຕໍ່​ພໍ່​​ແມ່ ກ່ຽວ​ກັບ​ບັນດາ​ບັນຫາ ​ເຊິ່ງພວກ​ນ້ອງ​ສົນ​ໃຈອ້ອມ​ຂ້າງ​ເລື່ອງການ​ປະພຶດຢ່າງ​ຍຸຕິ​ທຳ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ເດັກ​ຍິງ ​ແລະ ​ເດັກ​ຊາຍ​ໃນ​ຄອບຄົວ; ສ້າງ​ກາລະ​ໂອກາດ ​ເພື່ອ​ໃຫ້​ພໍ່​ແມ່​ເຂົ້າ​ໃຈ​ລູກ​ກ່ວາ ​ແລະ ກໍ່​ແມ່ນ​ກາລະ​ໂອກາດ​ສ້າງ ​ແລະ ພັດທະນາ​ຂອງ​ເດັກ​ໃນ​​ໄລຍະ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກ​ົນ.

 

 

 

 




ຂ່າວ/ບົດ​ອື່ນ