ກອງປະຊຸມສຳມະນາວິທະຍາສາດ ຫວຽດນາມ-ລາວກ່ຽວກັບບັ້ນຮົບ ພາກເໜືອລາວປົດປ່ອຍຊຳເໜືອ

ກອງປະຊຸມສຳມະນາວິທະຍາສາດ ຫວຽດນາມ-ລາວກ່ຽວກັບບັ້ນຮົບ ພາກເໜືອລາວປົດປ່ອຍຊຳເໜືອ - ảnh 1
(ພາບປະກອບ:
dangquyetthang.wordpress.com)

(vovworld) – ​​​​ວັນ​ທີ 4/5, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ອຳນາດ​ການ​ປົກຄອງ​ແຂວງ​ຫົວພັນ ​ແລະ ຄະນະ​ປະຕິບັດ​ງານ​ສະ​ຖາ​ບັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ ສົມທົບ​ກັນ​ຈັດກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ຫວຽດນາມ-​ລາວ ກ່ຽວ​ກັບ​ບັ້ນຮົບ​ພາກ​ເໜືອ​ລາວ ປົດ​ປ່ອຍ​ຊຳ​ເໜືອ. ບົດ​ປະກອບ​ຄວາມ​ເຫັນ​ກ່ວາ 20 ບົດ​ໄດ້​ຍົກ​ອອກ​ຄວາມ​ສຳຄັນ​ຂອງ​ສຳ​ພັນ​ທະ​ມິດ​ສູ້​ຮົບຫວຽດນາມ-​ລາວ ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ, ບັ້ນຮົບພາກ​ເໜືອ​ລາວ ປີ 1953 ​ໄດ້​ເຮັດ​ໃຫ້​ກຳລັງ​ຂອງ​ສັດຕູ​ຖືກ​ອ່ອນ​ເພຍ​ລົງ, ປົດ​ປ່ອຍ​ເຂດ​ດິນ​ອັນ​ກ້ວາງ​ໃຫ່ຍທາງ​ພາກ​ເໜືອ​ລາວ, ກໍ່ສ້າງ ​ແລະ ​ເປີດ​ກ້ວາງ​ຖານ​ທີ່ໝັ້ນປະຕິວັດ, ສ້າງ​ແນວ​ຫຼັງ​ແຫ່ງ​ການ​ຕໍ່ຕ້ານໝັ້ນຄົງ, ນຳ​ການປະຕິວັດ​ລາວ ​ເຕີບ​​ໃຫ່ຍ​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພັດທະນາ​ກ້າວ​ຂຶ້ນ, ຍາດ​ໄດ້​ໄຊຊະນະ​ທີ່​ໃຫ່ຍຫຼວງ​ຂອງ​ລາວ ​ແລະ ຫວຽດນາມ ​ໃນ​ປີ 1975.

   ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຖອດ​ຖອນ​ບັນດາ​ບົດຮຽນ​ສຳຄັນ​ດ້ານ​ວິທະຍາສາດ​ປະວັດ​ສາດ​ການ​ທະຫານ, ຢັ້ງຢືນ​ການ​ສົມທົບລະຫວ່າງ​ພັກ, ລັດຖະບານ, ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ແມ່ນ​ສັນຍາ​ລັກ​ຢ່າງ​ມີ​ຊີ​ວີ​ດຊີວາ​ກ່ຽວ​ກັບສຳ​ພັນ​ທະ​ມິດ​ສູ້​ຮົບຫວຽດນາມ-​ລາວ ​ແລະ ນ້ຳ​ໃຈ​ສາມັກຄີ​ພິ​ເສດ; ຕ້ອງ​ເສີມ​ຂະຫຍາຍ​ຈິດ​ໃຈ​ດັ່ງກ່າວ​ເພື່ອ​ປັບປຸງ ​ແລະ ສ້າງນ້ຳ​ໃຈ​ສາມັກຄີ​ພິ​ເສດຫວຽດນາມ-​ລາວ ​ເຂົ້າສູ່​ລວງ​ເລິກ ​ແລະ ມີ​ຄວາມ​ໝາຍ​ແທດ​ຈິງ, ສ້າງສາສອງ​ປະ​ເທດນັນມື້​ນັບໝັ້ນຄົງ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ.

 

ຂ່າວ/ບົດ​ອື່ນ