ກອງປະຊຸມສຳມະນາວິທະຍາສາດສາກົນດ້ວຍຫົວຂໍ້ວ່າ “ ຟີຊິກສາດ”

(VOVWORLD) - ວັນທີ 14 ສິງຫາ, ກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ວ່າ “ ຟີຊິກສາດ ” ໄດ້ໄຂຂຶ້ນຢູ່ສູນສາກົນວິທະຍາສາດ ແລະ ການສຶກສາລະຫວ່າງຂະແໜງ - ICISE, ນະຄອນກຸຍເຍີນ ( ແຂວງບິ່ງດິ້ງ ). 
ກອງປະຊຸມສຳມະນາວິທະຍາສາດສາກົນດ້ວຍຫົວຂໍ້ວ່າ “ ຟີຊິກສາດ” - ảnh 1 ການເຄື່ອນໄຫວນອນໃນລາຍການ  “ ພົບປະກັບຫວຽດນາມ ” (ພາບອິນເຕີແນັດ)

ນີ້ແມ່ນການເຄື່ອນໄຫວນອນໃນລາຍການ  “ ພົບປະກັບຫວຽດນາມ ” ຄັ້ງທີ 13 ປີ 2017, ໂດຍສະມາຄົມພົບປະກັບຫວຽດນາມ ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຄະນະກຳມະການປະຊາຊົນແຂວງບິ່ງດິ້ງ, ຈັດຕັ້ງ. ກອງປະຊຸມສຳມະນາ ມີຜູ້ແທນເຂົ້າຮ່ວມປະມານ 50 ທ່ານທີ່ມາຈາກ 16 ປະເທດ. ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບຟີຊິກສາດ ດ້ວຍຫົວຂໍ້ວ່າ “ ຟີຊິກສາດທາດຫອມ ”  ຖືກດຳເນີນໃນລະຫວ່າງວັນທີ 14-19 ສິງຫາ; ເຊິ່ງແມ່ນເວທີປາໄສເພື່ອໃຫ້ນັກວິທະຍາສາດໄດ້ພົບປະ, ແລກປ່ຽນ, ປະກາດ, ອັບເດດ ກ່ຽວກັບບັນດາໝາກຜົນແຫ່ງການຄົ້ນຄວ້າໃໝ່ຫຼ້າສຸດໃນຂົງເຂດຟີຊິກສາດ. ບັນດາການຊອກຫາກ່ຽວກັບວັດຖຸໃໝ່ ກໍ່ໄດ້ຮັບການເນັ້ນໜັກເປັນພິເສດ, ເພີ່ມເຕີມບັນດາການຄົ້ນຄວ້າໂດຍກົງ ຢູ່ກອງປະຊຸມສຳມະນາຄັ້ງນີ້. ພິເສດ, ກອງປະຊຸມສຳມະນາຍັງເປັນໂອກາດ ເພື່ອໃຫ້ບັນດານັກວິທະຍາສາດຫວຽດນາມ ໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ ກັບບັນດານັກວິທະຍາສາດຟີຊິກສາດ ທີ່ມາຈາກຫຼາຍປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ