ກອງປະຊຸມສຳມະນາສົ່ງເສີມການຄ້າ,ການລົງທຶນຫວຽດນາມ-ໄທ

(vovworld) - ຕອນ​ເຊົ້າ​ວັນ​ທີ 14/12, ກອງ​ປະ​ຊຸມ​ສຳ​ມະ​ນາ “ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ຫວຽດ​ນາມ - ໄທ: ສະ​ພາບ​ການ​ຕົວ​ຈິງ ແລະ ແງ່​ຫວັງ” ໂດຍ​ກົມ​ສົ່ງ​ເສີມ​ການ​ຄ້າ - ຫ​ພ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ແລະ ​ຜູ້​ຕາງ​ໜ້າ​ທູດ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ໄທ ສົມ​ທົບ​ກັບ​ສະ​ຫ​ະ​ພັນ​ອຸດ​ສາ​ຫະ​ກຳ ໄທ (FTI), ຫ້ອງ​ການ​ການ​ຄ້າ ໄທ (TCC), ທະ​ນາ​ຄານ ກະ​ສີ​ກອນ ຈັດ​ຕັ້ງ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຂອບ​ເຂດ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັ​ນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ແລະ ໄທ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ, ກຳ​ນົດ​ທິດ​ລົງ​ທຶນ​ເຂົ້າ ຫວຽດ​ນາມ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ໄທ, ບັນ​ດາ​ນະ​ໂຍ​ບາຍ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ, ບັນ​ດາ​ໂຄງ​ການ​ຮຽກ​ຮ້ອງ​ການ​ລົງ​ທຶນ… ບັນ​ດາ​ຜູ້​ແທນ​ຖື​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ຝ່າຍ​ຕ້ອງ​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົວ​ພັນ​ທາງ​ດ້ານເສດ​ຖະ​ກິດ, ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ, ພົບ​ປະແລກ​ປ່ຽນ, ສຳ​ພັດ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ກາ​ນ​ເຄື່ອນ​ໄຫວ​ການ​ຄ້າ, ສືບ​ຕໍ່​ສົ່ງ​ເສີມ​ວິ​ສາ​ຫະ​ກິດ ໄທ ລົງ​ທຶນ​ເຂົ້າ​ບັນ​ດາ​ຂະ​ແໜງ​ການ​ທ່າ​ແຮງ​ຂອງ​ຕົນ ແລະ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຄື: ອຸດ​ສາ​ຫະ​ກຳ​ຕຳ​ແຜ່ນ​ຕັດ​ຫ​ຍິບ, ອາ​ຫານ, ເຄື່ອງ​ກົງ​ຈັກ, ອຸ​ປະ​ກອນ…


ຂ່າວ/ບົດ​ອື່ນ