ກອງປະຊຸມສຳມະນາສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ ຢູ່ທະເລ ໄດ້ຈັດຂຶ້ນແບບທາງໄກ

(VOVWORLD) -ກອງປະຊຸມສຳມະນາໂດຍກະຊວງປ້ອງກັນປະເທດ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ນະຄອນ ຫາຍຟ່ອງ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ ຢູ່ທະເລ
ກອງປະຊຸມສຳມະນາສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ ຢູ່ທະເລ ໄດ້ຈັດຂຶ້ນແບບທາງໄກ - ảnh 1ການຖະແຫຼງຂ່າວກອງປະຊຸມສຳມະນາ
(ພາບ: dangcongsan.vn)
 

ວັນທີ 19 ຕຸລາ ຈະມາເຖິງ, ຢູ່ນະຄອນ ຫາຍຟ່ອງ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ ດ້ວຍຫົວຂໍ້: “ເສັ້ນທາງ ໂຮ່ຈິມິນ ຢູ່ທະເລ - ສິ່ງມະຫັດສະຈັນປະຫວັດສາດ ແລະ ບົດຮຽນທີ່ມີຕໍ່ພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ” ຕາມຮູບການທາງໄກ ເຊື່ອມຕໍ່ 25 ສະຖານທີ່ໃນທົ່ວປະເທດ.

        ກອງປະຊຸມສຳມະນາໂດຍກະຊວງປ້ອງກັນປະເທດ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ນະຄອນ ຫາຍຟ່ອງ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ ຢູ່ທະເລ (23 ຕຸລາ 1961 – 23 ຕຸລາ 2021). ເລື່ອງຈັດກອງປະຊຸມສຳມະນາແມ່ນເພື່ອແນໃສ່ຢັ້ງຢືນ ແລະ ເຮັດແຈ້ງກ່ຽວກັບແຜນນະໂຍບາຍສ້າງເສັ້ນທາງຊ່ວຍເຫຼືອຍຸດທະສາດ - ເສັ້ນທາງ ໂຮ່ຈີມິນ ຢູ່ທະເລ ແມ່ນຜົນສຳເລັດອັນໃຫຍ່ຫຼວງໃນການຊີ້ນຳນຳພາ ການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ; ໄຈ້ແຍກ ແລະ ຖອດຖອນບົດຮຽນນຳໃຊ້ເຂົ້າໃນການພັດທະນາທິດສະດີສິລະປະການທະຫານ ຫວຽດນາມ, ນຳໃຊ້ເຂົ້າໃນການຝຶກອົບຮົມ, ບຳລຸງສ້າງພະນັກງານ, ນັກຮົບໃນໄລຍະໃໝ່. ພ້ອມກັນນັ້ນ, ໂຄສະນາ, ສຶກສາອົບຮົມ ແລະ ເພີ່ມພູນຄູນສ້າງນ້ຳໃຈຮັກສາ, ເຊີດຊູບັນດາການອຸທິດສ່ວນ, ການເສຍສະຫຼະຊີວິດຢ່າງໃຫຍ່ຫຼວງຂອງພະນັກງານ, ນັກຮົບ “ກ່ຳປັ່ນບໍ່ມີເລກໝາຍ” ລຸ້ນຕ່າງໆ ເພື່ອສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ