ກອງ​ປະ​ຊຸມ​ສຳ​ມະ​ນາ​ແບບ​ທາງ​ໄກ: “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ ຫວຽດ​ນາມ - ຕາ​ເວັນ​ອອກ​ກາງ: ກຳ​ລັງ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ ແລະ ວິ​ທີ​ການ​ສຳ​ຜັດ​ໃໝ່”

(VOVWORLD) -ວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາແບບທາງໄກ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລົງທຶນ ລະຫວ່າງ ຫວຽດນາມ - ຕາເວັນອອກກາງ: ກຳລັງບົ່ມຊ້ອນ, ກາລະໂອກາດ ແລະ ວິທີການສຳຜັດໃໝ່”. 
ກອງ​ປະ​ຊຸມ​ສຳ​ມະ​ນາ​ແບບ​ທາງ​ໄກ: “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ ຫວຽດ​ນາມ - ຕາ​ເວັນ​ອອກ​ກາງ: ກຳ​ລັງ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ ແລະ ວິ​ທີ​ການ​ສຳ​ຜັດ​ໃໝ່” - ảnh 1ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn)

ກອງປະຊຸມສຳມະນາດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 300 ທ່ານ ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ກວ່າ 20 ກະຊວງ, ຄະນະ, ຂະແໜງການ, ສະຖາບັນຄົ້ນຄວ້າ, 20 ອົງການຕາງໜ້າທາງການທູດ ແລະ ວິສາຫະກິດ, ສະຫະສະມາຄົມ, ກອງທຶນລົງທຶນ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ກໍຄືບັນດາປະເທດຕາເວັນອອກກາງ ເກືອບ 100 ແຫ່ງ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຕ່າງກໍເຫັນດີໂດຍຖືວ່າ ເພື່ອຍົກສູງປະສິດທິຜົນການຮ່ວມມືລົງທຶນ ລະຫວ່າງ ຫວຽດນາມ ແລະ ຕາເວັນອອກກາງໃນໄລຍະຈະມາເຖິງ, ຕາເວັນອອກກາງ ແລະ ຫວຽດນາມ ຄວນມີວິທີການສຳຜັດໃໝ່, ມີໄຫວພິບ, ແທດຈິງ ແລະ ມີປະສິດທິຜົນກວ່າ ເປັນຕົ້ນແມ່ນ ຫັນຮູບແບບການການລົງທຶນເປັນຫຼາຍຮູບຫຼາຍແບບ ເຊັ່ນ ການລົງທຶນໂດຍກົງ, ລົງທຶນແບບທາງອ້ອມ, ການຮ່ວມມືສາມຝ່າຍ ຫຼື ຫຼາຍຝ່າຍ, ຫຼືວ່າສ້າງຕັ້ງບັນດາກອງທຶນລົງທຶນລວມ; ສ້າງກອບນິຕິກຳແກ່ການເຄື່ອນໄຫວລົງທຶນໃຫ້ສົມບູນແບບ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງສະພາບແວດລ້ອມດຳເນີນທຸລະກິດ, ລົງທຶນທີ່ສະດວກ ແລະ ຍຸຕິທຳໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດຕາເວັນອອກກາງໃນໄລຍະພັດທະນາໃໝ່.

 

 

ຕອບກັບ

ຂ່າວ/ບົດ​ອື່ນ