ກອງປະຊຸມຮອບທີ 3 ກຸ່ມປະຕິບັດງານລວມ ຫວຽດນາມ - ວາຕີກັງ

ກອງປະຊຸມຮອບທີ 3 ກຸ່ມປະຕິບັດງານລວມ ຫວຽດນາມ - ວາຕີກັງ - ảnh 1
( ພາບປະກອບຈາກອີນເຕີແນດ )
( vovworld ) - ກະຊວງ​ການ​ຕ່າງປະ​ເທດ​ຫາ​ກໍ​ອອກ​ແຈ້ງ​ການ​ກ່ຽວ​ກັບ​ກອງ​ປະຊຸມ​ຮອບທີ 3 ກຸ່ມ​ປະຕິບັດ​ງານປະສົມຫວຽດນາມ - ວາ​ຕີ​ກັງ. ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ຝ່າຍ​ທີ່​ກ​ອງປະຊຸມ​ຮອບ​ທີ 2 ກຸ່ມ​ປະຕິບັດ​ງານ​ປະສົມຫວຽດນາມ - ວາ​ຕີ​ກັງ ຢູ່ສຳນັກວາ​ຕີ​ກັງ ​ເມື່ອ​ເດື​ອນ 6/2010, ກອງ​ປະຊຸມ​ຮອບທີ 3 ກຸ່ມ​ປະຕິບັດ​ງານ​ລວມຫວຽດນາມ - ວາ​ຕີ​ກັງ ຈະ​​ດຳ​ເນີນ​ໄປ​ໃນ​ວັນ​ທີ 27  ​ແລະ 28/2/2012 ຢູ່​ຮ່າ​ໂນ້ຍ ​ເພື່ອ​ແນ​ໃສ່​ແລກປ່ຽນບັນດາ​ບັນຫາ​​ເຊິ່ງກ່ຽວຂ້ອງ​ເຖິງ​ການ​ພົວພັນ​ຫວຽດນາມ - ວາ​ຕີ​ກັງ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ​່ຍ​ແທງ​ເຊີນ ​ເປັນ​ຫົວໜ້າ​ຄະນະ, ຄະນະ​ຜູ້​ແທນ​ສຳນັກ​ວາ​ຕີ​ກັງ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Ettore Balestrero ​ເປັນ​ຫົວໜ້າ​ຄະນະ.
ຂ່າວ/ບົດ​ອື່ນ