ກອງ​ປະ​ຊ​ຸມເຈ​ລະ​ຈານະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ອີ​ຕາ​ລ​ີ ຄັ້ງ​ທີ 3

(VOVWORLD) -ວັນທີ 10 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ພົນໂທ ເບ໊ຊວັນເຈື່ອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Angelo Tofalo, ລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ, ໄດ້ເປັນປະທານຮ່ວມກອງປະຊຸມເຈລະຈານະໂຍບາຍດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ອີຕາລີ ຄັ້ງທີ 3.
ກອງ​ປະ​ຊ​ຸມເຈ​ລະ​ຈານະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ອີ​ຕາ​ລ​ີ ຄັ້ງ​ທີ 3 - ảnh 1ທ່ານພົນໂທ ເບ໊ຊວັນເຈື່ອງ ແລະ ທ່ານ Angelo Tofalo ໄດ້ລົງນາມໃນບົດບັນທຶກເຮັດວຽກ  (ພາບ: qdnd.vn)

ທີ່ການເຈລະຈາ, ທ່ານພົນໂທ ເບ໊ຊວັນເຈື່ອງ ແລະ ທ່ານ Angelo Tofaloໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນໃນໄລຍະຜ່ານມາ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນ, ມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນເລື່ອງເສີມຂະຫຍາຍກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະ ກຸ່ມປະຕິບັດງານກ່ຽວກັບການຮ່ວມມືປ້ອງກັນຊາດໃຫ້ມີປະສິດທິຜົນ    ກ່ວາອີກ. ພ້ອມທັງ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ຮ່ວມມືຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍ; ຮັກສາການຮ່ວມມືໃນຂົງເຂດບຳລຸງສ້າງ, ເປັນຕົ້ນແມ່ນບຳລຸງສ້າງດ້ານພາສາ, ຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບຜ່ານການແລກປ່ຽນນັກຊ່ຽວຊານກ່ຽວກັບການຮັກສາສັນຕິພາບ, ສ້າງກົນໄກການຮ່ວມມືສາກົນທີ່ກ່ຽວຂ້ອງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ບໍ່ແທນແຕກຢູ່ ຫວຽດນາມ…

        ແລະກໍ່ໃນຕອນບ່າຍວັນທີ 10 ກໍລະກົດ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຟ້າມວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Angelo Tofalo, ເນື່ອງໃນໂອກາດທ່ານມາ ຫວຽດນາມເປັນປະທານຮ່ວມກອງປະຊຸມເຈລະຈານະໂຍບາຍດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ອີຕາລີ ຄັ້ງທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ