ກອງປະຊຸມເຊີແນວII:ລັດຖະບານຊີຣີແລະຝ່າຍຄ້ານປຶກສາຫາລືກ່ຽວກັບບັນຫາມະນຸດສະທຳ

ກອງປະຊຸມເຊີແນວII:ລັດຖະບານຊີຣີແລະຝ່າຍຄ້ານປຶກສາຫາລືກ່ຽວກັບບັນຫາມະນຸດສະທຳ - ảnh 1
ກອງ​ປະຊຸມ ​ເຊີ​ແນວ 2
photo:dangcongsan.vn


(vovworld)-  ຕອນ​ເຊົ້າ​ວັນ​ທີ 26/1, ຜູ້ຕາງຫນ້າ​ລັດຖະບານ​ ຊີຣີ ​ແລະ ຝ່າຍ​ຄ້ານ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ແລກປ່ຽນ​ສະ​ເລີຍ​​ເສີກ ​ໂດຍ​ເປັນ​ສັກ​ຂິພິຍານ​ຂອງ​ທ່ານ Lakhdar Brahimi, ທູດ​ພິ​ເສດ​ຂອງ ສປຊ ​ແລະ ສະຫະພັນ​ອາຣັບກ່ຽວ​ກັບ​ບັນຫາ​ ຊີຣີ. ​ເບິ່ງ​ລວມ​ແລ້ວ, ສະພາບ​ການ​ຍັງ​ສັບສົນ ​ແລະ ຫຍຸ້ງຍາກ​ຢູ່. ການ​ພົບ​ປະ​ດຳ​ເນີນ​ໄປ​ຕາມ​ລາຍການ​ຂອງ​ກອງ​ປະຊຸມ ​ເຊີ​ແນວ 2 ຢູ່ ສະ​ວິດ. ກອ່ນຫນ້າ​ນັ້ນ, ວັນ​ທີ 25/1, ທ່ານ Lakhdar Brahimi ​ໃຫ້​ຮູ້​ວ່າ: ມື້​ປະຊຸມທຳ​ອິດ ລະຫວ່າງ​ຜູ້ຕາງຫນ້າ​ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ມະນຸດສະທຳ​ຢູ່ ນະຄອນ Homs. ​ເຖິງ​ວ່າ​ບໍ່​ທັນ​ບັນລຸ​ໝາກຜົນ​ກໍ​ຕາມ ​ແຕ່​ນີ້​ແມ່ນ​ການ​ພົບ​ປະ​ເປັນ​ຄັ້ງ​ທຳ​ອິດ​ໃນ 3 ປີຜ່ານມາ ລະຫວ່າງ​ສອງ​ຝ່າຍ​.

 

 

 

 

 

 

ຂ່າວ/ບົດ​ອື່ນ