ກອງປະຊຸມແຈ້ງຜົນການສຳຫຼວດ ກວດກາຂອງກົມການເມືອງ, ຄະນະເລຂາ

ກອງປະຊຸມແຈ້ງຜົນການສຳຫຼວດ ກວດກາຂອງກົມການເມືອງ, ຄະນະເລຂາ - ảnh 1
ກອງ​ປະຊຸມ​ແຈ້ງ​​ຜົນ​ການ​ສຳ​ຫຼວດກວດກາ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ
(ພາບ: TTXVN)


(vovworld) -     ວັນ​ທີ 9/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົມ​ການ​ເມືອງ ​ໄດ້​ຈັດ​ກອງ​ປະຊຸມ​ແຈ້ງຜົນ​ການ​ສຳ​ຫຼວດກວດກາ​ຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳນິຕິ​ຊົມ​ເພື່ອນ​ສະຫາຍ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ ​ຕາມ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ຂອງພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ອັນ​ຮີ​ບດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ນະ​ທີ່​ນີ້, ທ່ານ Le Hong Anh, ກຳມະ​ການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ຢືນຢັນ​ວ່າ: ມະຕິ​ສູນ​ກາງ​ຄັ້ງ​ທີ 4, ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ​ເຊິ່ງທົ່ວ​ພັກ, ທົ່ວ​ປວງ​ຊົນ​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບສະໜູນ. ມະຕິ​ໄດ້​ຕີ​ລາຄາ​ຖືກຕ້ອງ​ສະພາບ​ຕົວ​ຈິ່ງ, ວາງ​ອອກ​ໝວດ​ມາດ​ຕະການ​ອັນງ​ລະອຽດ, ຄົບ​ຊຸດ​ທີ່​ມີ​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ, ​ໃນ​ນັ້ນ​ການຕຳນິ​ຕິ​ຊົມ​ຕົນ​ເອງ ​ແລະ ຕຳນິຕິ​ຊົມ​ເພື່ອນ​ສະຫາຍ​ມີ​ຄວາມ​ໝາຍ​ແລະ ຄວາມ​ສຳຄັນ​ພິ​ເສດ. ດ້ວຍ​ຄວາມຮັບຜິດຊອບ​ສູງ​ຕໍ່​ພັກ, ພາລະກິດ​ປະຕິວັດຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ, ບັນດາ​ອະດີດ​ແມ່ນ​ພະນັກງານ​ຂັ້ນ​ສູງ​ຂອງ​ພັກ, ລັດ​ໄດ້​​ປະກອບຫຼາຍຄຳ​ເຫັນຢ່າງ​ສຸດ​ອົກ​ສຸດ​ໃຈ, ກົງ​ໄປ​ກົງ​ມາ​ກັບ​ກົມ​ການ​ເມື​ອງ, ຄະນະ​ເລຂາ ກ່ອນ​ທີ່​ກົມ​ການ​ເມືອງ, ຄະນະ​ເລຂາຈັດການສຳ​ຫຼວດກວດກາ​ຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳນິຕິ​ຊົມ​ເພື່ອນ​ສະຫາຍ. ກົມ​ການ​ເມືອງ, ຄະນະ​ເລຂາ​ເຄົາລົບ, ​ເຕົ້າ​ຮົມ, ລວບ​ລວມຢ່າງ​ຄົບ​ຖ້ວນ, ​ເຂັ້ມ​ງວດ​ ຮັບ​ເອົາ​ບັນດາ​ຄຳ​ເຫັນ​ຂອງ​ອະດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ​ເພື່ອ​ເສີນ​ຂະຫຍາຍຈຸດ​ດີ, ​ແກ້​ໄຂ​ບັນດາ​ຂໍ້ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ເພື່ອ​ໃຫ້ການ​ນຳ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ປະຕິບັດ​ໜ້າ​​ທີ່ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ສັງຄົມ​ນິຍົມ​ໃຫ້​ດີ.

ຂ່າວ/ບົດ​ອື່ນ