ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງຂະແໜງກະສິກຳແລະພັດທະນາຊົນນະບົດ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງຂະແໜງກະສິກຳແລະພັດທະນາຊົນນະບົດ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ​ກ
ກ່າວຄຳເຫັນທີ່ກອງປະຊຸມ)

(vovworld) - ປີ 2016,​ ​ແມ່ນ​ປີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ສຳລັບ​ຂະ​ແໜງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ດ້ວຍ​ສະພາບ​ເກີດ​ໄພ​ທຳ​ມະ​ຊາດຢ່າງ​ລຽນ​ຕິດ ​ແລະ ​ໃນ​ລະດັບ​ຮຸນ​ແຮງ. ​​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ​ໃນ​ສະພາບ​ປະສົບ​ກັບ​ຄວາມ​ຫຍຸ​້ງຍາກ​ຢ່າງ​ຕໍ່​ເນື່ອງນັ້ນ, ດ້ວຍ​ບັນດາ​ມາດ​ຕະການ​ແກ້​ໄຂຢ່າງ​ຖືກ​ທິດ, ຕິດ​​ແທດ ​ແລະ ຜັນຂະຫຍາຍ​ການ​ປະຕິບັດຢ່າງ​ຂ້ຽວຂາດ, ຂະ​ແໜງກະສິກຳ​ໄດ້​ຮັບ​ທ່າ​ຟື້ນ​ຟູ​ຄືນ​ໃໝ່​ໃນ​​ໄລຍະ 6 ​ເດືອນ​ທ້າຍ​ປີ. ນີ້​ແມ່ນ​ໝາກຜົນທີ່​ສຳຄັນ, ຢືນ​ຢັນ​ຄຳ​ຊີ້​ນຳ, ບໍລິຫານ​ຢ່າງ​ຖືກ​ທິດ, ປັບປຸງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ທັນ​ການ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກທ່ານ​ນາຍົກລັດຖະມົນຕີ ​ຫງວຽນຊວນ​ຟຸກ ທີ່​ກອງ​ປະຊຸມໂດຍກົງຜ່ານເຄືອຂ່າຍ​ອີນ​ເຕີ​ແນັດ ​ຂອງ​ຂະ​ແໜງ​ກະສິກຳ ​ແລະ ​ພັດທະນາ​ຊົນນະບົດ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/12. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ​ກ ຢືນຢັນ​ວ່າ, ກະສິກຳ​ ພ້ອມ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການທ່ອງທ່ຽວ​ຍັງ​ແມ່ນ​ທ່າ​​ແຮງຂອງ​ຫວຽດນາມ ​ໃນ​ກິດ​ຈະ​ການ​ຫັນ​ເປັນ​ເຕັກ​ໂນ​ໂລ​ຊີ​ຄັ້ງ​ທີ 4, ​ແມ່ນ​ທ່າ​ໄດ້​ປຽບ​ຂອງ​ພື້ນຖານ​ເສດຖະກິດ. ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ຊີ້​ນຳ​ການ​ປະຕິ​ຮູບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ກະສິກຳ​ຈາກ​ລວງ​ກວ້າງ ​ໄປ​ສູ່​ລວງ​ເລິກ. ພ້ອມ​ກັນ​ນັ້ນ ​ແມ່ນ​ຈັດ​ຕັ້ງ​ການ​ຜະລິດ​ໃຫ້​ເໝາະ​ສົມ​ກັບວິ​ສາ​ຫະກິດ​ເປັນ​ຫຼາຍ​ຮູບ​ຫຼາ​ຍ​ແບບ ຕາມຮູບ​ແບບ​ເຊື່ອມ​ຕໍ່, ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ເພີ​່ມ​ໃນ​ກະສິກຳ.  ​ແລະ ​ໃນ​ກອງ​ປະຊຸມ, ທ່ານ​ນາ​ຍົກ​ລັດຖະມົນຕີ ​ໄດ້​ຮຽກ​ຮ້ອງ​ໃຫ້​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຕ້ອງ​ສຸມ​ໃສ່​ໃຫ້​ແກ່​ການ​ພັດທະນາ​ວິ​ທະຍາ​ສາດ​ເພື່ອ​ຮັບ​ໃຊ້​ກະສິກຳ​ຊົນນະບົດ.

ຂ່າວ/ບົດ​ອື່ນ