ກອງປະຊຸມໂຕະມົນຫວຽດນາມ - ອາເມລິກາ ກ່ຽວກັບທາດພິດສີສົ້ມ/ດີໂອຊິນ

ກອງປະຊຸມໂຕະມົນຫວຽດນາມ - ອາເມລິກາ ກ່ຽວກັບທາດພິດສີສົ້ມ/ດີໂອຊິນ - ảnh 1

ບັນດາຜູ້ແທນປຶກສາຫາລືກ່ຽວກັບແຜນການດຳເນີນງານໃນຕໍ່ໜ້າ
(ພາບ: nhandan.com.vn)

(vovworld) - ກອງ​ປະຊຸມ​ໂຕະມົນຄັ້ງ​ທີ 2 ຂອງ​ກຸ່ມ​ເຈລະຈາ​ຫວຽດນາມ - ອາ​ເມ​ລິ​ກາ ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 21/4 ຢູ່​ນະຄອນ​ບຽນ​ຮ່ວາ, ​ເພື່ອ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ນີ້​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ໃນ​ຕໍ່ໜ້າ. ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ແກ້​ໄຂ ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຂອງ​ຫວຽດນາມ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ມີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ແກ້​ໄຂ​ບັນຫາ​ດັ່ງກ່າວ. ພິ​ເສດ​ແມ່ນ​ໂຄງການ​ລ້າງ​ພິດ​ຢູ່​ສະໜາມ​ບິນ​ດ່າ​ນັ້ງ ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ຜູ້ຕາງໜ້າ​ສະຫະພັນ​ສະມາຄົມ​ຄົນ​ພິການ​ຫວຽດນາມ​ ຖື​ວ່າ ບັນດາ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ນິວຊີ​ແລນ ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ລ້ວນ​ແຕ່​ໄດ້​ຮັບ​ການ​ຊົດ​ເຊີຍຍ້ອນຖືກ​ຜົນ​ສະທ້ອນ​ຈາກ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ, ດັ່ງ​ນັ້ນ​ຊາວ​ຫວຽດນາມ​ທີ່ຖືກ​ຜົນ​ສະທ້ອນ​ຈາກ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ກໍ່​ຈະ​ໄດ້​ຊົມ​ໃຊ້​ລະບອບ​ນະ​ໂຍບາຍ​ດັ່ງກ່າວ​ຈາກ​ລັດຖະບານ ຫຼື​ບໍລິສັດ​ທີ່​ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ໂດຍ​ກົງ.

 

ຂ່າວ/ບົດ​ອື່ນ