ກອງປະຊຸມໂອ້ລົມສົນທະນາ “ກ້າວເດີນໄປຢ່າງໝັ້ນຄົງພາຍໃຕ້ທຸງພັກທີ່ມີກຽດສະຫງ່າ”

(VOVWORLD) -ຕອນເຊົ້າວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ສະຖາບັນປະຫວັດສາດພັກ, ໜັງສືພິມກອງທັບປະຊາຊົນ ຫວຽດນາມ ແລະ ວາລະສານທົ່ວປວງຊົນປ້ອງກັນຊາດໄດ້ສົມທົບກັນຈັດຕັ້ງກອງປະຊຸມໂອ້ລົມສົນທະນາ.
ກອງປະຊຸມໂອ້ລົມສົນທະນາ “ກ້າວເດີນໄປຢ່າງໝັ້ນຄົງພາຍໃຕ້ທຸງພັກທີ່ມີກຽດສະຫງ່າ” - ảnh 1 ກອງປະຊຸມໂອ້ລົມສົນທະນາ “ກ້າວເດີນໄປຢ່າງໝັ້ນຄົງພາຍໃຕ້ທຸງພັກທີ່ມີກຽດສະຫງ່າ” 

ດ້ວຍຫົວຂໍ້ວ່າ “ກ້າວເດີນໄປຢ່າງໝັ້ນຄົງພາຍໃຕ້ທຸງພັກທີ່ມີກຽດສະຫງ່າ”. ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານພົນໂທ ຫງວຽນຈ້ອງເຫງັຍ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຊີ້ແຈ້ງວ່າ:

        “ຈາກລັດທິຮັກຊາດທີ່ເປັນມູນເຊື້ອນັ້ນ, ປະທານ ໂຮ່ຈີມິນ ໄດ້ຊອກຮູ້ລັດທິ ມາກ - ເລນິນ ແລະ ຊອກຫາໄດ້ເສັ້ນທາງກູ້ຊາດຢ່າງຖືກຕ້ອງ ເພື່ອກະກຽມກ່ຽວກັບແນວຄິດ, ການເມືອງ ແລະ ການຈັດຕັ້ງເທື່ອລະກ້າວ ເພື່ອສ້າງຕັ້ງພັກປະຕິວັດຢ່າງແທ້ຈິງ ແລະ ວັນທີ 3 ກຸມພາ 1930 ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ, ສ້າງບາດລ້ຽວປະຫວັດສາດຂອງການປະຕິວັດ ຫວຽດນາມ.

        ແລະກໍ່ໃນກອງປະຊຸມໂອ້ລົມສົນທະນານັ້ນ, ມີຫລາຍຄຳເຫັນສະເໜີໄດ້ບາງເນື້ອໃນ, ມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານກໍ່ສ້າງ, ປັບປຸງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ