ກອງປະຊຸມໃຫ່ຍ ASCOJA ຄັ້ງທີ 20 ຢູ່ຍີ່ປຸ່ນ

ກອງປະຊຸມໃຫ່ຍ ASCOJA ຄັ້ງທີ 20 ຢູ່ຍີ່ປຸ່ນ - ảnh 1

(ພາບ: dbv.vn)

(vovworld)-​​​​ ກອງ​ປະຊຸມ​ໃຫ່ຍສະຫະ​ສະມາຄົມ​ອະ​ດີດນັກຮຽນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັງທີ 20 ຢູ່​ຍີ່ປຸ່ນ  (ASCOJA)  ດ້ວຍ​ຫົວ​ເລື່ອງ “ASCOJA ມຸ້ງ​ໄປ​ເຖິງ​ການ​ຮ່ວມ​ມື ​ແລະ ພັດທະນາ​ລະຫວ່າງ​ອາ​ຊຽນ-ຍີ່ປຸ່ນ“ ​ໄດ້​ຈັດ​ຂຶ້ນ​ແຕ່ວັນ​ທີ 6-8/9 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາການ​ເຄື​່ອນ​ໄຫວ​ສຳຄັນ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ຍີ່ປຸ່ນ ​ແລະ 40 ປີ​ແຫ່ງ​ການ​ພົວພັນ​ອາ​ຊຽນ-ຍີ່ປຸ່ນ. ​ເຂົ້​າຮ່ວມ ASCOJA ປີ​ນີ້​ມີ​ຜູ້​ແທນ 350 ຄົນ, ​ໃນ​ນັ້ນມີ​ຜູ້​ແທນ​ຕ່າງປະ​ເທດ 250 ຄົນ ຊື່​ງ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ການ​ທູດ, ສິ່ງ​ແວດ​ລ້ອມ, ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ….​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫ່ຍ, ທ່ານ Hideo Suzuki ອັກຄະ​ລັດຖະທູດ​ຍີ່ປຸ່ນ​ ປະຈຳ​ຫວຽດນາມ ຊີ້​ແຈງ​ວ່າ:

   “ບັນດາ​ສະມາຊິກ​ຂອງ ​ ASCOJA ໄດ້ ​ແລະ ພວມດຳລົງ​ບັນດາ​ຕຳ​ແໜ່​ງຫຼັກ​ແຫຼ່ງ​ໃນ​ການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ອັນໝັ້ນຄົງ​ລະຫວ່າງ​ຍີ່ປຸ່ນ ​ແລະ ອາ​ຊຽນ. ພວກ​ເພື່ອນ​​ແມ່ນ​ຜູ້​ໄດ້​ເຂົ້າ​ໃຈ​ຊາວ​ຍີ່ປຸ່ນ, ວິ​ທິຄິດ​ຂອງ​ຊາວ​ຍີ່ປຸ່ນ ກໍ່​ຄື​ວັດທະນະທຳ​ຍີ່ປຸ່ນ. ພວກ​ເພື່ອນ​ພວມ​ປະສົມ​ກຳລັງ​ແຮງ​ເພື່ອ​ສ້າງ​ເປັນ​ສັງຄົມ​ທົ່ວ​ໂລກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ ​ແລະ ຂອງ​ທຸກ​ຄົນ​ໃນ​ໂລກ“.

ຂ່າວ/ບົດ​ອື່ນ