ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 04 ເມສາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 5 ອາຍຸການ 2018 – 2023.
ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ - ảnh 1 ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ

ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງກຳມະບານລັດຖະກອນ ຫວຽດນາມ ໃນອາຍຸການຈະມາເຖິງແມ່ນ ສືບຕໍ່ຖືເປັນສຳຄັນກໍ່ສ້າງຖັນແຖວພະນັກງານ, ລັດຖະກອນໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ ແລະ ແມ່ນກຳລັງຫຼັກແຫຼ່ງໃນພາລະກິດປະຕິຮູບການບໍລິຫານ, ປັບປຸງກົດໝາຍ, ຕໍ່ສູ້ຕ້ານການສໍ້ລາດບັງຫລວງ, ບັນດາໄພຫຍໍ້ທໍ້ທາງສັງຄົມ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ, ລັດ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ສະເໜີວ່າ:

        “ກຳມະບານທຸກຂັ້ນ ສືບຕໍ່ປ່ຽນແປງໃໝ່ທາງດ້ານເນື້ອໃນ, ວິທີການເຄື່ອນໄຫວ ແນໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງພະນັກງານ, ລັດຖະກອນ. ພ້ອມທັງ ຂົນຂວາຍພະນັກງານ, ສະມາຊິກຊາວໜຸ່ມເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ພູມປັນຍາ, ຍົກສູງຄຸນນະພາບການຄົ້ນຄວ້າ ເປັນເສນາທິການໃນການວາງນະໂຍບາຍ, ກົດໝາຍ ແລະ ກຳລັງຄວາມສາມາດຈັດຕັ້ງປະຕິບັດ, ປະກອບສ່ວນເຮັດສຳເລັດໜ້າທີ່ການເມືອງຂອງແຕ່ລະອົງການສຳນັກງານ.  ເພື່ອໃຫ້ອົງການກຳມະບານແມ່ນຂົວເຊື່ອມຕໍ່ລະຫວ່າງພັກ ແລະ ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານຢ່າງແທດຈິງ, ເປັນບ່ອນອີງຢ່າງໝັ້ນຄົງໜັກແໜ້ນຂອງລັດ”.

ຕອບກັບ

ຂ່າວ/ບົດ​ອື່ນ