ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 6

(VOVWORLD) - ໃນອາຍຸການໃໝ່, ກຳມະບານລັດຖະກອນ  ຫວຽດນາມ ຕ້ອງເພີ່ມທະວີການໂຄສະນາເພື່ອໃຫ້ພະນັກງານກຳມະບານ, ລັດຖະກອນ ແຕ່ລະຄົນຊາບຊຶມທີ່ຕັ້ງ, ບົດບາດສຳຄັນຂອງອົງການຈັດຕັ້ງກຳມະບານ.
ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 6  - ảnh 1(ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 6)

ຕອນເຊົ້າວັນທີ 01 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 6, ອາຍຸການ 2023 - 2028 ໄດ້ໄຂຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 300 ຄົນ, ທີ່ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາຖະໜາຂອງສະມາຊິກເກືອບ 85 ພັນຄົນ, ທີ່ເປັນສະມາຊິກ, ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຂຶ້ນກັບກຳມະບານພາລະກອນ ຫວຽດນາມ.

   ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຊວນທັງ, ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສະເໜີວ່າ, ໃນອາຍຸການໃໝ່, ກຳມະບານລັດຖະກອນ  ຫວຽດນາມ ຕ້ອງເພີ່ມທະວີການໂຄສະນາເພື່ອໃຫ້ພະນັກງານກຳມະບານ, ລັດຖະກອນ ແຕ່ລະຄົນຊາບຊຶມທີ່ຕັ້ງ, ບົດບາດສຳຄັນຂອງອົງການຈັດຕັ້ງກຳມະບານ. ພິເສດ, ຕ້ອງຕັ້ງໜ້າຕໍ່ສູ້ຕ້ານບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ ເພື່ອປົກປ້ອງພື້ນຖານແນວຄິດຂອງພັກ; ຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອປັບປຸງຊີວິດທາງດ້ານວັດຖຸ, ຈິດໃຈ ແລະ ເງື່ອນໄຂການເຮັດວຽກໃຫ້ບັນດາສະມາຊິກ ແລະ ຜູ້ອອກແຮງງານກຳມະບານ.

ດ້ວຍທິດນຳທີ່ວ່າ “ປະຊາທິປະໄຕ - ປ່ຽນແປງໃໝ່ - ສາມັກຄີ - ມີຫົວຄິດປະດິດສ້າງ”, ກອງປະຊຸມໃຫ່ຍຄັ້ງນີ້ໄດ້ເລືອກຕັ້ງຄະນະບໍລິຫານງານກຳມະບານລັດຖະກອນ  ຫວຽດນາມ ຊຸດທີ 6 ອາຍຸການ 2023-2028 ລວມມີສະມາຊິກ 35 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ