(VOVWORLD) - ທ່ານ ເລຮວ່າຍຈຸງ ຢັ້ງຢືນວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນຂີດໝາຍການເມືອງສຳຄັນ, ມີຄວາມໝາຍສຳຄັນພິເສດຕໍ່ພາລະກິດແຫ່ງການປະຕິວັດຂອງປະເທດລາວ.
ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ XII (ພາບ: VOV) |
“ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ: ໄຊຊະນະສຳຄັນຂອງການພົວພັນສອງພັກ, ສອງປະເທດ ຫວຽດນາມ - ລາວ” ນີ້ແມ່ນຄຳຢັ້ງຢືນ ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຜູ້ຕາງໜ້າພິສູດຂອງທ່ານ ໂຕເລິມເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ XII, ປະທານປະເທດລາວ ໃນຕອນບ່າຍວັນທີ 8 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ.
ທີ່ການພົບປະ, ທ່ານ ເລຮວ່າຍຈຸງ ຢັ້ງຢືນວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນຂີດໝາຍການເມືອງສຳຄັນ, ມີຄວາມໝາຍສຳຄັນພິເສດຕໍ່ພາລະກິດແຫ່ງການປະຕິວັດຂອງປະເທດລາວ. ທ່ານເລຮວ່າຍຈຸງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະພ້ອມກັບພັກ, ລັດ ແລະ ປະຊາຊົນລາວ ປົກປັກຮັກສາ ເພີ່ມພູນຄູນສ້າງ, ປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຍຸດທະສາດ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ລາວ ເລິກເຊິ່ງກວ່າອີກ.
ສ່ວນ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທາປະເທດ ລາວ ໄດ້ອວຍພອນພັກກອມມູນິດ ຫວຽດນາມ ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14, ທ່ານເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ ກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ຫຼາຍຢ່າງ ທີ່ຍິ່ງໃຫຍ່ກ່ວາອີກໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາຈົນຮອດປີ 2030 ແລະ 2045, ພາປະເທດກ້າວເຂົ້າສູ່ສັງກາດພັດທະນາໃໝ່ຂອງຊາດ.