ທະ​ຫານ​ເຮືອ​ເຂດ 5 ກຽມ​ພ້ອມ​ໃຫ້​ແກ່​ການ​ຢ້ຽມ​ຢາມ, ອວຍ​ພອນທະ​ຫານ​ປະ​ຊາ​ຊົນ​ເຂດ​ເກາະ ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

(VOVWORLD) -  ວັນທີ 09 ມັງກອນ, ຢູ່ເຂດພິເສດ ຝຸກວັກ, ແຂວງ ອານຢາງ, ກອງບັນຊາການທະຫານເຮືອເຂດ 5 ໄດ້ຂົນສົ່ງຂອງຂວັນ, ວັດຖຸອຸປະກອນຂຶ້ນກ່ຳປັ່ນລຳຕ່າງໆ, ເພື່ອກະກຽມໃຫ້ແກ່ການໄປຢ້ຽມຢາມ ແລະ ອວຍພອນປີໃໝ່ທະຫານ ແລະ ປະຊາຊົນເຂດເກາະ ຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ.
ທະ​ຫານ​ເຮືອ​ເຂດ 5 ກຽມ​ພ້ອມ​ໃຫ້​ແກ່​ການ​ຢ້ຽມ​ຢາມ, ອວຍ​ພອນທະ​ຫານ​ປະ​ຊາ​ຊົນ​ເຂດ​ເກາະ ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ - ảnh 1ບັນດາທະຫານເຮືອເຂດ 5 ຂົນສົ່ງດອກຄາຍ, ດອກເໝີຍ ຂຶ້ນກ່ຳປັ່ນໝາກເລກ 528 (ພາບ: VOV)

ການຢ້ຽມຢາມ ແລະ ອວຍພອນປີໃໝ່ທະຫານ, ປະຊາຊົນ ແລະ ບັນດາຫົວໜ່ວຍຢູ່ສະຖານທີ່ຕ່າງໆໃນເກາະ ຕາເວັນຕົກສ່ຽງໃຕ້ປີ 2026 ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານທີ່ມາຈາກບັນດາແຂວງ, ນະຄອນ, ບັນດາອົງການສື່ມວນຊົນສູນກາງ, ທ້ອງຖິ່ນ, ໝູ່ຄະນະ, ວິສາຫະກິດ ແລະ ບັນດາພະນັກງານນັກຮົບຂອງທະຫານເຮືອເຂດ 5. ທ່ານຮ້ອຍເອກ ຫງວຽນວັນຢຸຍ, ກອງທະຫານເຮືອ 511, ກອງພັນນ້ອຍ 127, ທະຫານເຮືອເຂດ 5, ແບ່ງປັນວ່າ:

        “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ມີຄວາມເປັນກຽດ ແລະ ພາກພູມໃຈເປັນຍິ່ງເມື່ອມີບັນດາຄະນະປະຕິບັດງານຈາກບັນດາແຂວງ, ນະຄອນມາຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ເຂດທະເລໝູ່ເກາະ ຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ. ພວກຂ້າພະເຈົ້າໄດ້ຮັບຕົ້ນດອກຄາຍຈາກພາກເໜືອ, ພວກຂ້າພະເຈົ້າຮູ້ສຶກອົບອຸ່ນທີ່ສຸດ ເພາະວ່າເຖິງວ່າຕ້ອນຮັບບຸນເຕັດຢູ່ໄກບ້ານກໍຕາມ ແຕ່ກໍມີບັນຍາກາດຂອງບຸນເຕັດ ຄືກັນກັບຢູ່ບ້ານເກີດເມືອງນອນ.”. 

ຕອບກັບ

ຂ່າວ/ບົດ​ອື່ນ