ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກັບ ອາ​ເມ​ລິ​ກາ ກວ່າ​ອີກ

(VOVWORLD) -   ຕອນບ່າຍວັນທີ 09 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ.
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກັບ ອາ​ເມ​ລິ​ກາ ກວ່າ​ອີກ - ảnh 1ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍສອງປະເທດທີ່ບັນລຸໄດ້ຫຼາຍໝາກຜົນພົ້ນເດັ່ນໃນບັນດາຂົງເຂດ ນັບແຕ່ການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ວິທະຍາສາດ - ເຕັກໂນໂລຢີ…; ທ່ານເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບ ອາເມລິກາ ຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ລວມທັງການລົງນາມໃນສັນຍາການຄ້າສົມທົບ, ຍຸຕິທຳ ແລະ ສະເໝີພາບ.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງຄຳຮຽກຮ້ອງຕ້ອງເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ; ແກ້ໄຂບັນດາຂໍ້ຂັດແຍ້ງຜ່ານການເຈລະຈາ ແລະ ບັນດາມາດຕະການສັນຕິພາບອື່ນ. ກ່ຽວກັບສະພາບການພາກພື້ນ, ທ່ານເລຂາທິການໃຫຍ່ສະເໜີໃຫ້ ອາເມລິກາ ສືບຕໍ່ສະໜັບສະໜູນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນໃນພາກພື້ນສອດຄ່ອງກັບກົດໝາຍສາກົນ.

        ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ຊົມເຊີຍບັນດາຜົນງານອັນພົ້ນເດັ່ນຂອງ ຫວຽດນາມ, ໃນນັ້ນ ເສດຖະກິດຮັກສາການເຕີບໂຕເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງ, ທີ່ຕັ້ງ ແລະ ຄວາມໄວ້ວາງໃຈບົນເວທີສາກົນໄດ້ຮັບການຍົກສູງຂຶ້ນ. ທ່ານເອກອັກຄະລັດຖະທູດຢັ້ງຢືນວ່າ ເຖິງວ່າໃນຖານະໃດກໍຈະມານະພະຍາຍາມເພີ່ມພູນຄູນສ້າງສາຍພົວພັນສອງປະເທດໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ