(VOVWORLD) - ວັນທີ 08 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ກາຣາກາສ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ - ສື່ມວນຊົນ ເວເນຊູເອລາ ຈັດການພົບປະກັບອົງການສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV ຂອງພັກກອມມູນິດ ຫວຽດນາມ ເຖິງບັນດາອົງການສື່ມວນຊົນປະເທດປະຈຳຖິ່ນ.
ທ່ານເອກອັກຄະລັດຖະທູດ ຫວູ້ຈູງໝີ້ ກ່າວຄຳເຫັນໃນການຖະແຫຼງຂ່າວ (ພາບ: VOV-Washington) |
ທ່ານ ຫວູ້ຈູງໝີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ມີຄວາມໝາຍຕັດສິນຕໍ່ກັບກຳນົດທິດພັດທະນາຂອງປະເທດຊາດໃນໄລຍະໃໝ່. ເມື່ອເຕື້ອງເຖິງແນວທາງນະໂຍບາຍການຕ່າງປະເທດທີ່ໄດ້ສະແດງໃນບັນດາຮ່າງເອກະສານກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ຫວູ້ຈູງໝີ້ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມແລ້ວທີ່ຈະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ໃນໂລກ.
ບັນດານັກຂ່າວ ເວເນຊູເອລາ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ອວຍພອນກອງປະຊຸມໃຫຍ່ດຳເນີນໄປດ້ວຍດີ, ປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ເວເນຊູເອລາ - ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງແຮງ.
ກໍໃນວັນດຽວກັນ, ຢູ່ນະຄອນຫຼວງ La Habana, ສະຖານທູດ ຫວຽດນາມ ປະຈຳ ກູບາ ກໍໄດ້ຈັດການຖະແຫຼງຂ່າວເພື່ອເຜີຍຂ່າວເຖິງບັນດາອົງການສື່ມວນຊົນ ກູບາ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ.
ນັກຂ່າວ VOV ປະຈຳ ອາເມລິກາ