ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຕ່າງ​ປະ​ເທດ​ຢູ່​ໝູ່​ເກາະ ຮ​ວ່າງ​ຊາ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຂອງ ຫວຽດ​ນາມ ແມ່ນ​ຜິດ​ກົດ​ໝາຍ

(VOVWORLD) - “ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື້ອນໄຫວຂອງຕ່າງປະເທດຢູ່ໝູ່ເກາະ ຮວ່າງຊາ ທີ່ຍັງບໍ່ທັນໄດ້ຮັບການອະນຸຍາດຂອງ ຫວຽດນາມ  ລ້ວນແຕ່ແມ່ນການກະທຳຜິດກົດໝາຍ ແລະ ໄຮ້ປະໂຫຍດ, ຫວຽດນາມ ເດັດດ່ຽວຄັດຄ້ານ”.

ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຕ່າງ​ປະ​ເທດ​ຢູ່​ໝູ່​ເກາະ ຮ​ວ່າງ​ຊາ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຂອງ ຫວຽດ​ນາມ ແມ່ນ​ຜິດ​ກົດ​ໝາຍ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

  ວັນທີ 09 ມັງກອນ, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິຍິຍາຂອງ ຫວຽດນາມ ຕໍ່ເລື່ອງ ຈີນ ເປີດສະຫຼອງນຳໃຊ້ສູນການຄ້າຢູ່ເກາະ ຝູເລິມ ຂຶ້ນກັບໝູ່ເກາະ ຮວ່າງຊາ ຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: “ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື້ອນໄຫວຂອງຕ່າງປະເທດຢູ່ໝູ່ເກາະ ຮວ່າງຊາ ທີ່ຍັງບໍ່ທັນໄດ້ຮັບການອະນຸຍາດຂອງ ຫວຽດນາມ  ລ້ວນແຕ່ແມ່ນການກະທຳຜິດກົດໝາຍ ແລະ ໄຮ້ປະໂຫຍດ, ຫວຽດນາມ ເດັດດ່ຽວຄັດຄ້ານ”.

ຕອບກັບ

ຂ່າວ/ບົດ​ອື່ນ