ກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ ພັກ, ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຂອງ ຫວຽດ​ນາມ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ລັດ ຫວຽດນາມ.
ກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ ພັກ, ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຂອງ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ (ພາບ: TTXVN)

ກ່ອນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ, ເມື່ອຕອບສຳພາດຕໍ່ນັກຂ່າວສໍານັກຂ່າວສານ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ ໄດ້ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ລັດ ຫວຽດນາມ. ຈີນ ຫວັງວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະຄັດເລືອກເອົາຖັນແຖວການນຳຊຸດໃໝ່ທີ່ມີຄວາມອົງອາດກ້າແກ່ນ, ເຂັ້ມແຂງ ແລະ ໄດ້ຮັບການສະໜັບສະໜູນ ແລະ ຄວາມເຊື່ອໝັ້ນຈາກທົ່ວພັກ, ທົ່ວປວງຊົນ, ສືບຕໍ່ນຳພາພາລະກິດສັງຄົມນິຍົມຂອງ ຫວຽດນາມ ແລະ ຍາດໄດ້ບາດກ້າວເດີນທີ່ຍາວໄກກວ່າອີກ.

        ເນື່ອງໃນໂອກາດນີ້, ການນຳພັກກອມມູນິດ ອີຢິບ, ພັກສັງຄົມ ອີຢິບ, ພັກພັນທະມິດສາມັນຊົນສັງຄົມນິຍົມ ອີຢິບ ກໍໄດ້ສົ່ງສານອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນ ກໍຢັ້ງຢືນບົດບາດ ແລະ ຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງພັກ ກອມມູນິດ ຫວຽດນາມ ໃນພາລະກິດແຫ່ງການປົດປ່ອຍຊາດ ແລະ ກໍ່ສ້າງສັງຄົມນິຍົມ ແລະ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະປະສົບຜົນສຳເລັດຕາມເສັ້ນທາງທີ່ມຸ່ງໄປສູ່ສັງຄົມນິຍົມ.

        ທ່ານເລຂາທິການໃຫຍ່ ພັກກອມມູນິດ ອາກຊັງຕິນ Victor Gorodeki Kot, ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ແມ່ນຈຸດເວລາເພື່ອຢັ້ງຢືນນະໂຍບາຍພັດທະນາເສດຖະກິດ - ສັງຄົມ, ນະໂຍບາຍການຕ່າງປະເທດເປີດກວ້າງ ແລະ ສັນຕິພາບຂອງພັກກອມມູນິດ ແລະ ລັດ ຫວຽດນາມ. ກອງປະຊຸມໃຫຍ່ຄັ້ງທີ 13 ແມ່ນຂີດໝາຍສຳຄັນໃນຊີວິດການເມືອງຂອງ ຫວຽດນາມ, ປະກອບສ່ວນເຂົ້າບໍ່ພຽງແຕ່ໃນວິວັດທະນາການພັດທະນາປະເທດ ຫວຽດນາມ ໝັ້ນຄົງ, ເຂັ້ມແຂງ ໃນອະນາຄົດເທົ່ານັ້ນ, ຫາກຍັງສົ່ງຜົນກະທົບຕໍ່ການຕ້ານຄືນລັດທິຈັກກະພັດ, ລະບົບວິກິດການຂອງທຶນນິຍົມ ແລະ ສົ່ງຜົນກະທົບຕໍ່ອະນາຄົດທີ່ສົດໃສ, ສວຍງາມຂອງມວນມະນຸດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ