ກອງປະຊຸມໃຫຍ່ຄັ້ງທີິ XIV ຂອງພັກ: ຫວຽດນາມ ຢັ້ງຢືນສັງຄົມນິຍົມທີ່ມີໄຫວພິບ, ມີຫົດຄິດປະດິດສ້າງໃນສັງກາດໃໝ່
(VOVWORLD) - ການຕັດສິນຂອງຫວຽດນາມ ເດີນຕາມຮູບແບບການເຕີບໂຕໃໝ່ອີງຕາມວິທະຍາສາດ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເຊິ່ງສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຄວາມໝັ້ນໃຈ ແລະ ຄວາມສາມາດກຳໄດ້ຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ອິນເດຍ (CPI) Doraisamy Raja (ພາບ: TTXVN) |
ໃນສະພາບການພັກກອມມູນິດ ຫວຽດນາມ ພວມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ພວມດຳເນີນຢູ່ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ອິນເດຍ (CPI) Doraisamy Raja ໄດ້ແບ່ງປັນກ່ຽວກັບຄວາມໝາຍຂອງເຫດການການເມືອງມີຄວາມສຳຄັນຍິ່ງນີ້ ຕໍ່ການພັດທະນາຂອງ ຫວຽດນາມ ກໍ່ຄືຂະບວນການຝ່າຍຂວາ ແລະ ຄວາມກ້າວໜ້າຂອງໂລກ.
ຕາມທ່ານເລຂາທິການໃຫຍ່ Doraisamy Raja ແລ້ວ, ການຕັດສິນຂອງຫວຽດນາມ ເດີນຕາມຮູບແບບການເຕີບໂຕໃໝ່ອີງຕາມວິທະຍາສາດ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເຊິ່ງສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຄວາມໝັ້ນໃຈ ແລະ ຄວາມສາມາດກຳໄດ້ຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ. ທ່ານ Doraisamy Raja ຖືວ່າ ການຫັນປ່ຽນຈາກຮູບແບບການເຕີບໂຕອີງຕາມແຮງງານລາຄາຖືກ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດ ໄປສູ່ການພັດທະນາອີງຕາມພູມປັນຍາ, ເຕັກໂນໂລຢີ ແລະ ການວາງແຜນກຳນົດແຫ່ງຊາດແມ່ນ ບາດກ້າວເພື່ອແນໃສ່ຍົກສູງຄຸນນະພາບຂອງກຳລັງຜະລິດ.