ກອງປະຊຸມໃຫຍ່ຄັ້ງທີ5ສະຫະພັນສະຫະກອນຫວຽດນາມຈະໄຂຂຶ້ນໃນວັນທີ 17/7

ກອງປະຊຸມໃຫຍ່ຄັ້ງທີ5ສະຫະພັນສະຫະກອນຫວຽດນາມຈະໄຂຂຶ້ນໃນວັນທີ 17/7 - ảnh 1
ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 5 ສະຫະພັນ​ສະຫະກອນ​ ຫວຽດນາມ

(vovworld) - ​ແຕ່​ວັນ​ທີ 17-19/7, ຢູ່ ຮ່າ​ໂນ້ຍຈະ​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 5 ສະຫະພັນ​ສະຫະກອນ​ ຫວຽດນາມ, ອາຍຸ​ການ 2016-2020. ​ເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່​ມີ​ຜູ້​ແທນ​ປະມານ 550 ຄົນ​ທີ່​ຕາງໜ້າ​ໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ​ປະມານ 30 ລ້ານ​ຄົນ. ດ້ວຍ​ຈິດ​ໃຈ: “ສາມັກຄີ, ປ່ຽນ​ໃໝ່, ​ເຊື່ອມ​ໂຍງ, ພັດທະນາ​ຢ່າງ​ໝັ້ນຄົງ“. ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ຈະ​ສະຫຼຸບ, ຕີ​ລາຄາ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ຊີ້​ອອກ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ຈຳກັດ ຂອງ​ພາກສ່ວນ​ເສດຖະກິດ​ຮ່ວມ​ມື, ສະຫະກອນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ສະຫະກອນ ຫວຽດນາມ​ໃນ​ໄລຍະ 2010-2015. ທ່ານ ຫວໍ​ກິມກື້, ປະທານ ສະຫະພັນ​ສະຫະກອນ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ກອງ​ປະຊຸມ​ໃຫຍ່ ສະຫະພັນ​ສະຫະກອນ ຫວຽດນາມ ຄັ້ງ​ນີ້​​ແມ່ນ​ເພື່ອ​ຫັນ​ບັນດາ​ແນວທາງ​ຂອງ​ພັກ​​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກີດ​ສັງຄົມ​ຂອງ​ທົ່ວ​ປະ​ເທດເປັນ​ລະອຽດ, ກ່ອນ​ອື່ນ​ໝົດ​ແມ່ນ​ຂົງ​ເຂດ​ເສດຖະກິດ​ຮ່ວມ​ມື. ສືບ​ຕໍ່​ຢືນຢັນ​ແນວທາງ​ປ່ຽນ​ໃໝ່​ໃນ​ວິວັດ​ທີ່​ປະ​ເທດ​ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ເຂົ້າ​ພື້ນຖານ​ເສດຖະກິດ​ໂລກ, ດັ່ງ​ນັ້ນ​ ເສດຖະກິດ​ສະຫະກອນ ທັງ​ມີກາລະ​ໂອກາດ​ທັງ​ມີ​ການ​ທ້າ​ທາຍ​ຫຼາຍ​ຢ່າງ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ ມີ​ເງື່ອນ​ໄຂ​ອື່ນ​ ທີ່​ພວມ​​ຜັນ​ຂະຫຍາຍ​ຂໍ້​ສະຫຼຸບ​ 56 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ສະຫະກອນ​ໃນ​ໄລຍະ​ຈະ​ມາ​ເຖິງຢ່າງ​ເລິກ​ເຊິ່ງກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ​“

 

ຂ່າວ/ບົດ​ອື່ນ