ກອງ​ປະ​ຊຸມ​ໃຫ່​ຍ​ຜູ້​ແທນ​ຄັ້ງ​ທີ 11 ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) - ຕອນເຊົ້າວັນທີ 27 ມິຖຸນາ,  ໄດ້ໄຂກອງປະຊຸມໃຫ່ຍຜູ້ແທນຄັ້ງທີ 11 ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ອາຍຸການ 2019-2024.
  ກອງ​ປະ​ຊຸມ​ໃຫ່​ຍ​ຜູ້​ແທນ​ຄັ້ງ​ທີ 11 ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ - ảnh 1

ຄະນະປະທານກອງປະຊຸມໃຫ່ຍຜູ້ແທນຄັ້ງທີ 11

ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ

 (ພາບ: PLO)

       ໃນອາຍຸການ 2019-2024, ແນວໂຮມປະເທດຊາດ ນະຄອນໂຮ່ຈີມິນ ຂັ້ນຕ່າງໆ ໄດ້ສືບຕໍ່ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ຫັນບັນດາຮູບການເຕົ້າໂຮມປະຊາຊົນເປັນຫຼາຍຮູບຫຼາຍແບບດ້ວຍຈຸດສຸມມຸ່ງໄປສູ່ຂັ້ນຮາກຖານ, ນຳເນື້ອໃນຂອງບັນດາບັ້ນປຸກລະດົມ, ຂະບວນການໃຫ່ຍເຖິງວົງຄະນາຍາດພົນລະເມືອງ, ແຕ່ລະຄອບຄົວ, ຜ່ານນັ້ນ, ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ຕອບສະໜອງການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນຄົນ. ພິເສດ, ແນວໂຮມປະເທດຊາດຈະແກ້ໄຂຂໍ້ຈຳກັດເພື່ອປະຕິບັດວຽກງານໄຈ້ແຍກຕີລາຄາຂອງສັງຄົມເປັນຢ່າງດີ, ຕິດຕາມກວດກາຢ່າງທັນການ, ຖືກຕາມບັນຫາ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ. ທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ ຊີ້ນຳວ່າ:

   ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຄວນສືບຕໍ່ຢືດໝັ້ນ, ປະຕິບັດພາລະໜ້າທີ່ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາຂອງສັງຄົມຢ່າງມີົ້ວຄິດປະດິດສ້າງ, ຕອບສະໜອງບັນດາຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນໃນບັນດາຂົງເຂດ: ເຮືອນຢູ່, ສິ່ງແວດລ້ອມ, ການສຶກສາ, ສາທາລະນະສຸກ, ການປະຕິຮູບດ້ານບໍລິຫານ. ສົມທົບກັນຄົ້ນຄ້ວາກັບບັນດາຄະນະພັກນະຄອນ ປະຕິບັດການທົດລອງ ແນວໂຮມປະເທດຊາດ ຕິດຕາມກວດກາອົງການຈັດຕັ້ງພັກຢູ່ຂັ້ນຮາກຖານ.


ຕອບກັບ

ຂ່າວ/ບົດ​ອື່ນ