ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງສະມາຄົມນັກຂ່າວ ຫວຽດນາມ ອາຍຸການ 2020 – 2025 ຈະດຳເນີນໃນລະຫວ່າງວັນທີ 29 – 31 ທັນວາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີບັນດາການນຳພັກ, ລັດ, ຜູ້ແທນ 553 ທ່ານທີ່ຕາງໜ້າໃຫ້ ສະມາຊິກສະມາຄົມນັກຂ່າວຫວຽດນາມ ກ່ວາ 27.400 ຄົນ.

ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ - ảnh 1ທ່ານໂຮກວາງເລີ້ຍ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: VGP)

ທ່ານໂຮກວາງເລີ້ຍ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ ດ້ວຍທິດນຳ “ສາມັກຄີ - ມີລະບຽບວິໄນປ່ຽນແປ່ງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງສະມາຄົມນັກຂ່າວ ຫວຽດນາມ ຈະກຳນົດທິດໃຫ້ສະມາຄົມທຸກຂັ້ນ ແລະຖັນແຖວຜູ້ເຮັດວຽກງານການຂ່າວໃນທົ່ວປະເທດສືບຕໍ່ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນສ້າງພື້ນຖານສື່ມວນຊົນ ປະຕິວັດຫວຽດນາມໃຫ້ ເປັນມືອາຊີບ, ທັນສະໄໝ, ເຕັມໄປດ້ວຍລັກສະນະຕໍ່ສູ້, ມະນຸດສະທຳ, ເພື່ອຜົນປະໂຫຍດຂອງປະເທດຊາດ, ປະຊາຊົນ, ເພື່ອປະເທດໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.

ກອງປະຊຸມໄດ້ຕີລາຄາ, ສະຫຼຸບບັນດາການເຄື່ອນໄຫວສື່ມວນຊົນ ແລະ ການເຄື່ອນໄຫວຂອງສະມາຄົມໃນອາຍຸການ 5 ປີຜ່ານມາ, ກຳນົດທິດທາງ, ໜ້າທີ່ສຳຄັນໃຫ້ແກ່ອາຍຸການ XI, ປະຕິບັດຄຳສັ່ງຂອງຄະນະເລຂາກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ການເຄື່ອນໄຫວຂອງສະມາຄົມນັກຂ່າວຫວຽດນາມ ໃນສະພາບການໃໝ່, ເລືອກຕັ້ງຄະນະບໍລິຫານສະມາຄົມ, ຄະນະກວດກາສະມາຄົມນັກຂ່າວຫວຽດນາມຊຸດທີ XI (ອາຍຸການ 2020 - 2025).

ຕອບກັບ

ຂ່າວ/ບົດ​ອື່ນ