ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ເງະອານ ຄັ້ງທີ 19

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ເຫັນດີເຫັນພ້ອມກັບແຂວງ ເງະອານ ກ່ຽວກັບການກຳນົດຮອດປີ 2025, ແຂວງເງະອານ ຕ້ອງກາຍເປັນແຂວງພັດທະນາດີພໍສົມຄວນໃນພາກເໜືອ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ເງະອານ ຄັ້ງທີ 19 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: TTXVN)

  ຕອນເຊົ້າວັນທີ 17 ຕຸລາ, ທີ່ນະຄອນ ວິງ, ແຂວງ ເງະອານ, ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ເງະອານ ຄັ້ງທີ 19 ອາຍຸການ 2020 – 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ເງະອານ ສູ້ຊົນສູງສຸດ, ຕັດສິນໃຈປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ ນຳທ້ອງຖິ່ນໃຫ້ກາຍເປັນແຂວງພັດທະນາດີພໍສົມຄວນຢູ່ພາກເໜືອ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ເຫັນດີເຫັນພ້ອມກັບແຂວງ ເງະອານ ກ່ຽວກັບການກຳນົດຮອດປີ 2025, ແຂວງເງະອານ ຕ້ອງກາຍເປັນແຂວງພັດທະນາດີພໍສົມຄວນໃນພາກເໜືອ, ຮອດປີ 2030 ກາຍເປັນແຂວງພັດທະນາດີພໍສົມຄວນຂອງທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ເງະອານ ຄວນສາມັກຄີກັນ, ເສີມຂະຫຍາຍເຈດຈຳນົງ, ມີຄວາມຄາດຫວັງບືນຕົວຂຶ້ນ, ຕັດສິນໃຈຢ່າງສູງກ່ວາ, ມານະພະຍາຍາມຫລາຍກ່ວາ, ມີການກະທຳຂ້ຽວຂາດກ່ວາ ເພື່ອບຸກທະລຸໃນການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ