ກອງປະຊຸມໃຫຍ່ສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍ

ກອງປະຊຸມໃຫຍ່ສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ໃຫຍ່​ສະມາຄົມ​ວັນນະຄະດີ​ສິລະ​ປ​ະບັນດາເຜົ່າ​ສ່ວນ​ໜ້ອຍ ຄັ້ງ​ທີ 5 (ອາຍຸ​ການ 2014 - 2019) ຈະ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທມີ 01 – 02/12 ຢູ່​ຮ່າ​ໂນ້ຍ. ຕອນ​ເຊົ້າ​ວັນ​ທີ 17/11, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ວັນນະຄະດີ​ສິລະ​ປ​ະບັນດາ​ເຜົ່າ​ສ່ວນ​ໜ້ອຍຫວຽດນາມ, ນັກ​ຂ່າວ ​ໂດ້ກິມ​ກວງ, ຮອງ​ປະທານ​ຜູ້​ປະຈຳການ​ສະຫະພັນ​ວັນນະ​ຄະດີ​ສິລະ​ປະ​ຫວຽດນາມ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ຈະ​ສຸມ​ໃສ່​ປຶກສາ​ຫາລື​ເພີ່ມ​ເຕີ່ມ​ບຸກຄະລາ​ກອນ, ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ​ບັນດາ​ນັກ​ປະພັນ​ໜຸ່ມ, ​ໂດຍ​ສະ​ເພາະ​ແມ່ນຢູ່​ເຂດ​ພາກ​ກາງ, ​​ເຂດ​ໄຕ​ງວຽນ ​ແລະ ​ເຂດ​ທາງທິດຕາ​ເວັນ​ອອກ​ພາກ​ໃຕ້​ຂອງ​ຫວຽດນາມ. ກອງ​ປະຊຸມ​ໃຫຍ່​ກໍ່​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ນະ​ໂຍບາຍ​ຕອບ​ບຸນ​ແທນ​ຄຸນ, ​ເຊີດ​ຊູ​ນັກ​ປະພັນ, ບົດ​ປະພັນ ​ແລະ ນັກສີລະປິນ​ອາຍຸ​ສູງ ທີ່​​ໄດ້​ປະກອບສ່ວນ​ຢ່າງ​​ໃຫຍ່​ຫຼວງ​ໃຫ້​ແກ່​ພາລະກິດ​ວັນ​ນະ​ຄະດີ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຫວຽດນາມ. ​ໃນ​ອາຍຸ​ການ 2014 – 2019, ສະມາຄົມ​ວັນນະຄະ​ດີ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫວຽດນາມ ສູ້​ສົນ​ມີ​ບົດ​ປະພັນ​ທີ່​ສ່ອງ​ແສງ​ສະພາບ​ຕົວ​ຈິງ​ມີ​ຊີ​ວິດ​ຊີວາ, ​ເລິກ​ເຊິ່ງ ໃນຊີວິດຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍຫຼາຍ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ