ກອງ​ປະ​ຊຸມ​ໃຫຍ່ສະຫຼຸບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ ​ສະ​ໄໝ​ທີ 12 ຂອງ ພັກ

(VOVWORLD) -ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດກອງປະຊຸມໃຫຍ່ທາງອອນລາຍທົ່ວປະເທດ ສະຫຼຸບວຽກງານຂົນຂວາຍປະຊາຊົນ ສະໄໝທີ 12 ຂອງ ພັກ, ສະຫຼຸບວຽກງານຂົນຂວາຍປະຊາຊົນປີ 2020 ແລະ ຜັນຂະຫຍາຍໜ້າທີ່ ປີ 2021.

ກອງ​ປະ​ຊຸມ​ໃຫຍ່ສະຫຼຸບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ ​ສະ​ໄໝ​ທີ 12 ຂອງ ພັກ - ảnh 1ກອງປະຊຸມໃຫຍ່ທາງອອນລາຍທົ່ວປະເທດ ສະຫຼຸບວຽກງານຂົນຂວາຍປະຊາຊົນ ສະໄໝທີ 12 ຂອງ ພັກ, ສະຫຼຸບວຽກງານຂົນຂວາຍປະຊາຊົນປີ 2020 ແລະ ຜັນຂະຫຍາຍໜ້າທີ່ ປີ 2021 (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນກ໊ວກເວື້ອງ, ຜູ້ປະຈຳການຄະນະເລຂາຢັ້ງຢືນວ່າ ໝາກຜົນສຳຄັນໃນວຽກງານຂົນຂວາຍປະຊາຊົນໄດ້ປະກອບສ່ວນເພີ່ມທະວີການພົວພັນຢ່າງແໜ້ນແຟ້ນລະຫ່ວາງພັກ, ລັດ, ປະຊາຊົນ, ປັບປຸງຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນທັງຊາດ, ເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງປະຊາຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດຕື່ມອີກ. ທ່ານ ເນັ້ນໜັກວ່າ:

ຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານຂົນຂວາຍປະຊາຊົນຂອງອົງການລັດ,ໂດຍສະເພາະ ແມ່ນວຽກງານຂົນຂວາຍອຳນາດການປົກຄອງ, ຍ້ອນວ່າ ນີ້ແມ່ນບ່ອນຕັດສິນ ແລະ ກໍ່ແມ່ນບ່ອນຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ. ພະນັກງານ ຕ້ອງ “ເຊື່ອໝັ້ນປະຊາຊົນ, ເຄົາລົບປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນນຳປະຊາຊົນ, ອີງໃສ່ປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນຢ່າງແທ້ຈິງ. ເສີມຂະຫຍາຍບົດບາດເປັນແບບຢ່າງໃນການດຳລົງຊີວິດ, ໂດຍສະເພາະແມ່ນພະນັກງານຄຸ້ມຄອງ.”

ຕອບກັບ

ຂ່າວ/ບົດ​ອື່ນ