ກະກຽມງານຊາປະນາກິດສົບພົນເອກຫວໍງວຽນຢາບ ດີທີ່ສຸດເພື່ອດຳເນີນໄປ ຢ່າງສົມກຽດ, ຮອບຄອບຖີ່ຖ້ວນ ແລະ ປອດໄພ

ກະກຽມງານຊາປະນາກິດສົບພົນເອກຫວໍງວຽນຢາບ ດີທີ່ສຸດເພື່ອດຳເນີນໄປ ຢ່າງສົມກຽດ, ຮອບຄອບຖີ່ຖ້ວນ ແລະ ປອດໄພ - ảnh 1
(ກອງ​ປະຊຸມກະ​ກຽ​ມໃຫ້​ແກ່ງານຊາ​ປະ​ນາ​ກິດ​ສົບ ພົນ​ເ​ອກ ຫວໍ​ງວຽນ​ຢາ​ບ)

(vovworld) - ​ເພື່ອ​ແນ​ໃສ່​ກະ​ກຽ​ມໃຫ້​ແກ່ງານຊາ​ປະ​ນາ​ກິດ​ສົບ ພົນ​ເ​ອກ ຫວໍ​ງວຽນ​ຢາ​ບ ​​​​ດຳ​ເນີນ​ໄປໃນ​ເວລາ 2 ວັນ, ​ແຕ່​ວັນ​ທີ 12 – 13 ຕຸລາ. ຕອນ​ບ່າຍ​ວັນ​ທີ 10 ຕຸລາ, ທ່ານ ຫງວຽນ​ຊວນ​ຟຸ໋ກ, ​ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວ​ໜ້າ​ຄະນະຈັດ​ຕັ້ງງານຊາ​ປະ​ນາ​ກິດ​ສົບ ພົນ​​ເອກ ຫວໍ​ງວຽນ​ຢາ​ບ ​​​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດກັບ​ຜູ້​ຕາງໜ້າ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການຢູ່​ຮ່າ​ໂນ້ຍ, ທະຫານ​ເຂດ 4 ພ້ອມ​ກັບ​ຜູ້ຕາງ​ໜ້າ​ຄອບຄົວ​ຂອງ​ທ່ານພົນ​ເອກ.

        ຕາມ​ບົດ​ລາຍ​ງານ​ຂອງ​ບັນດາ​ກະຊວງ, ຂະ​ແໜງການ ມາ​ຮອດ​ຈຸດ​ເວລາ​ນີ້, ບັນດາວຽກ​ງານ​ກະກຽມ​ໃຫ້​ແກ່ງານຊາ​ປະ​ນາ​ກິດ​ສົບໄດ້ສຳ​ເລັດ​ແລ້ວ. ຄະນະ​ຈັດ​ຕັ້ງງານຊາ​ປະ​ນາ​ກິດ​ສົບລະດັບ​ຊາດ ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຈະໃຊ້​ເຮືອບິນ​ເພື່ອ​ຂົນ​ສົ່ງ​ສົບ​ຂອງ ພົນ​ເ​ອກ ຫວໍ​ງວຽນ​ຢາ​ບ ຈາກ​ຮ່າ​ໂນ​້ຍ ​ໄປ​ຍັງ​ແຂວງ​ກວາງ​ບິ່ງ.

        ​ຕາມບັນດາ​ເສັ້ນ​ທາງ​ຢູ່​ຮ່າ​ໂນ້ຍ ກໍ່​ຄື​ຢູ່​ແຂວງ​ກວາງ​ບິ່ງ, ບັນດາ​ກຳລັງ​ຮັບ​ບົດບາດໜ້າ​ທີ່ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ປະຊາຊົນໄດ້ສົ່ງສະການທ່ານພົນ​​ເອກ ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ, ປອດ​ໄພ. ພ້ອມ​ກັບ​ນັກ​ຂ່າວນັບ​ພັນ​ຄົນ​ຂອງ​ບັນດາ​ອົງການ​ສື່ສານ​ພາຍ​ໃນ​ປະ​ເທດ, ຄາດ​ວ່າ, ຈະ​ມີນັກ​ຂ່າວ​ປະມານ 60 ຄົນ​ຂອງ​ສຳນັກ​ຂ່າວສານ​ຕ່າງປະ​ເທດ ຈະໃຫ້​ຂ່າວ​ກ່ຽວ​ກັບງານຊາ​ປະ​ນາ​ກິດ​ສົບຂອງ​ທ່ານ​ພົນ​ເອກຢູ່​ຮ່າ​ໂນ້ຍ ​ແລະ ກວາງ​ບິ່ງ. ຜູ້ຕາງໜ້າຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 20 ຄົນກໍ່​ກັບ​ເມືອ​ປະ​ເທດ​ເຂົ້າ​ຮ່ວມງານຊາ​ປະ​ນາ​ກິດ​ສົບ.

ງານ​ວາງສະ​ແດງ: ​“ພົນ​ເອກຫວໍ້​ງວຽນ​ຢາ​ບ​ຜູ້​ບັນຊາ​ການ​ສູງສຸດ“

ກະກຽມງານຊາປະນາກິດສົບພົນເອກຫວໍງວຽນຢາບ ດີທີ່ສຸດເພື່ອດຳເນີນໄປ ຢ່າງສົມກຽດ, ຮອບຄອບຖີ່ຖ້ວນ ແລະ ປອດໄພ - ảnh 2
(ພາບ:
vov)

 (vovworld)-​​​​ ​ ງານ​ວາງສະ​ແດງ: ​“ພົນ​ເອກຫວໍ້​ງວຽນ​ຢາ​ບ​ຜູ້​ບັນຊາ​ການ​ສູງສູດ“

ໄດ້​ເປີດ​ປະຕູ​ໃນວັນ​ທີ 11/10, ຢູ່​ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽ​ດນາມ-​ເມືອງ​ບາ​ດິ່ງ-​ຮ່າ​ໂນ້ຍ ​ໄດ້​ດຶງ​ດູດ ປຊຊ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ງານ​ວາງສະ​ແດງ​ໄດ້​ແນະ​ນຳ​ຮູບ​ພາບ, ວັດຖຸ​ພັນ​ເກ​ືອບ 300 ຊີ້ນ ຊື່​ງ​ໄດ້​ພັນ​ລະນາ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ຊີວິດ, ພາລະ​ກິດ​ຂອງທ່ານ ພົນ​ເອກຫວໍ້​ງວຽນ​ຢາ​ບ, ນາຍ​ພົນ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ຊື່​ງ​ໄດ້​ປະກອບສ່ວນ​ຢ່າງ​ໃຫ່ຍຫຼວງ​ເຂົ້າ​ໃນພາລະກິດ​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ງານ​ວາງສະ​ແດງລວມມີ 6 ພາກ: ຄາວ​​ເຍົາ​ໄວ​ຂອງ​ທ່ານ​ພົນ​ເອກ, ທ່ານ​ພົນ​ເອກ​ໃນ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ (1945-1954); ທ່ານ​ພົນ​ເອກ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ (1954-1975); ທ່ານ​ພົນ​ເອກ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາ​ດ (​ແຕ່​ປີ 1975 ຮອດປະຈຸ​ບັນ); ທ່ານ​ພົນ​ເອກ​ກັບ​ເພື່ອນ​ມິດສາ​ກົນ; ທ່ານ​ພົນ​ເອກ​ໃນ​ຊີວິດ​ປະຈຳ​ວັນ. ຄາດ​ວ່າ, ງານ​ວາງສະ​ແດງ: ​“ພົນ​ເອກຫວໍ້​ງວຽນ​ຢາ​ບ​ຜູ້​ບັນຊາ​ການ​ສູງສຸດ“ ຈະ​​ເປີດ​ປະຕູຮອດ​ທ້າຍ​ເດືອນ 10/2013.

    ຜູ້​ແທນ​ບັນດາ​ອົງການ​ທູຕານຸທູດ ​ແລະ ອົງການ​ສາກົນ​ປະຈຳ​ຮ່​າໂນ້ຍ​ໄດ້​ຈົດ​ທະບຽນ​ເຂົ້າ​ໄຫ້​ວອາ​ໄລ​ທ່ານ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ

ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ມາ​ຮອດ​ຈຸດ​ເວລາ​ນີ້, ມີ​ຜູ້​ແທນ​ເກືອບ 100 ທ່ານ​ລວມມີ: ທ່ານ​ເອກ​ອັກຄະ​ລັດຖະທູດ, ອຸປະ​ທູດ, ຫົວໜ້າ​ອົງການ​ຜູ້ຕາງໜ້າ, ອົງການ​ສາກົນ ​ໄດ້​ຈົດ​ທະບຽນ​ເຂົ້າ​ໄຫ້​ວອາ​ໄລ​ທ່ານ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ​ໃນ​ວັນ​ທີ 12/10. ມີ​ຂ່າວ​ໃຫ້​ຮູ້​ວ່າ: ກ່ອນ​ພິທີ​ໄຫ້​ວອາ​ໄລ​ທາງ​ການ, ຫຼາຍ​ຄະນະ​ທູຕານຸມູດ​ໄດ້​ມາ​ເຮືອນ​ເລກທີ 30 ຖະໜົນ​ຮ່ວາງ​ຢ້ຽວຮ່າ​ໂນ້ຍ ​​ເພື່ອ​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ກັບ​ຄອບຄົວ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ.

 

ຂ່າວ/ບົດ​ອື່ນ