ກະ​ກຽມ​ຈັດ​ງານ​ຕະຫຼາດ​ນັດ​ແຫ່ງ​ຊາດ​ລະ​ດູ​ບານ​ໃໝ່​ໃນ​ເດືອນ​ກຸມ​ພາ 2026

(VOVWORLD) - ຊີ້ນຳທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ: ງານຕະຫຼາດນັດລະດູບານໃໝ່ ຈັດຂຶ້ນກົງກັບໂອກາດທົ່ວປະເທດຕ້ອນຮັບບຸນເຕັດປີ 2026, ລະດູບານໃໝ່, ປະເທດກ້າວເຂົ້າສູ່ສັງກາດໃໝ່. 
ກະ​ກຽມ​ຈັດ​ງານ​ຕະຫຼາດ​ນັດ​ແຫ່ງ​ຊາດ​ລະ​ດູ​ບານ​ໃໝ່​ໃນ​ເດືອນ​ກຸມ​ພາ 2026 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 8 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານກອງປະຊຸມປະກອບຄຳເຫັນໃຫ້ແກ່ແຜນການຈັດງານຕະຫຼາດນັດແຫ່ງຊາດລະດູບານໃໝ່ 2026. ງານຕະຫຼາດນັດດ້ວຍຫົວຂໍ້ “ເຊື່ອມຕໍ່ຄວາມຈະເລີນຮຸ່ງເຮືອງ - ລະດູບານໃໝ່ສະຫງ່າລາສີ”. ຊີ້ນຳທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ: ງານຕະຫຼາດນັດລະດູບານໃໝ່ ຈັດຂຶ້ນກົງກັບໂອກາດທົ່ວປະເທດຕ້ອນຮັບບຸນເຕັດປີ 2026, ລະດູບານໃໝ່, ປະເທດກ້າວເຂົ້າສູ່ສັງກາດໃໝ່. ເພື່ອເພີ່ມທະວີປະສິດທິຜົນໃນການຈັດຕັ້ງ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງບັນດາຫົວໜ່ວຍປະຕິບັດສຳເລັດການອອກແບບສັງລວມ, ແບ່ງເຂດຜະລິດຕະພັນທີ່ຫຼາກຫຼາຍ ຈາກຜະລິດຕະພັນກະເສດ, ຕ່ຳແຜ່ນຕັດຫຍິບ, ເກີບໜັງຕະຫຼອດຮອດເຄື່ອງເຟີນີເຈີ… ທ່ານສະເໜີບັນດາທ້ອງຖິ່ນ, ວິສາຫະກິດສົມທົບກັບອົງການສື່ມວນຊົນຢ່າງແໜ້ນແຟ້ນເພື່ອໂຄສະນາຜະລິດຕະພັນ. ງານຕະຫຼາດນັດດັ່ງກ່າວ ຈະຈັດຂຶ້ນແຕ່ວັນທີ 4 – 8 ກຸມພາ 2026 ທີ່ສູນງານວາງສະແດງຫວຍດນາມ ດົງແອງ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ