ກະກຽມຈັດຕັ້ງວັນຊາດ ຫວຽດນາມ ຢູ່ ລາວ

ກະກຽມຈັດຕັ້ງວັນຊາດ ຫວຽດນາມ ຢູ່ ລາວ - ảnh 1
ພາບປະກອບ

(vovworld) – ວັນ​ທີ 19/8, ສະຖານທູດ ຫວຽດນາມ ປະຈຳ​ລາວ ​ໄດ້​ຮັບຮອງ​ເອົາ​​ຮ່າງ​ລາຍການ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນຊາດ ຫວຽດນາມ ຢູ່ ສປປ ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ລາວ ຫງວຽນ​ແມ້ງ​ຮູ່ງ ​ໃຫ້​ຮູ້​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດ 2/9 ຢູ່ ລາວ ​ແມ່ນ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​, ປະຕິບັດ​ງານ ​ແລະ ຮຳ່ຮຽນຢູ່ ລາວ. ​ໃນ​ໂອກາດ​ນີ້, ​ສະຖານທູດ ຫວຽດນາມ ຈະ​ຈັດ​ງານ​ລ້ຽງ​ເຊື້​ອ​ເຊີນ​ແຂ​ກ, ຄະນະທຸ​ຕາ​ນຸທູດ​ປະ​ເທດ​ຕ່າງໆ, ສາຍຟິມ​ໂຄສະນາ​ພາບ​ພົດ, ປະ​ເທດ​ຊາດ, ຊາວ ຫວຽດນາມ, ຍ້ອງ​ຍໍ​ນ້ຳ​ໃຈ​ບໍລິສຸດ​ຜຸດ​ຜ່ອງ, ສະໜິດ​ຕິ​ພັນ, ສະມັກ​ຄີ​ລະຫວ່າງ 2 ຊາດ ຫວຽດນາມ - ລາວ, ຈັດ​ຕັ້ງ “ສັບປະດາ​ວັດທະນະທຳ ຫວຽດນາມ - ລາວ” ດ້ວຍ​ບັນດາ​ລາຍການຟ້ອນ​ລຳ​ທຳ​ເພງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ງານວາງສະ​ແດງກ່ຽວ​ກັບ​ຊີວິດ, ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ ​ແລະ ​ໂຄສະນາ​ເຜິ​ຍ​ແຜ່​ສິລະ​ປະ​ອາຫານ​ການ​ກິນ ຫວຽດນາມ.​.​.​ ສະຖານທູດ ຫວຽດນາມ ປະຈຳ ລາວ ກໍ່​ຈະ​ຈັດ​ຕັ້ງ​ໃຫ້​ປະຊາຊົນ ຫວຽດນາມ ​ອາ​ໄສ​ຢູ່ ລາວ ​ໄປ​ຖະຫວາຍ​ທູບ​ທຽນອາ​ໄລ​ຫາ​ປະ​ທານ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ