ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັດ​ຄ້ານ​ຕໍ່​ບົດ​ລາຍງານ​ຂອງ Freedom House ກ່ຽວ​ກັບ​ສິດ​ເສ​ລີ​​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ ຢູ່ ຫວຽດ​ນາມ

(VOVWORLD) -"ຂ້າພະເຈົ້າປະຕິເສດບັນດາການຕີລາຄາກ່ຽວກັບ ຫວຽດນາມ ໃນບົດລາຍງານໃນວັນທີ 5 ພະຈິກ ປີ 2019 ຂອງ Freedom House. ເລື່ອງ ຮັບປະກັນບັນດາສິດເສລີໃນການປາກ ເວົ້າ ແລະ ການສຳຜັດກັບຂໍ້ມູນຂ່າວສານ ແມ່ນ ນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ, ທີ່ໄດ້ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ໄດ້ປະຕິບັດຢ່າງຄົບຖ້ວນໃນຕົວຈິງ. "
ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັດ​ຄ້ານ​ຕໍ່​ບົດ​ລາຍງານ​ຂອງ Freedom House ກ່ຽວ​ກັບ​ສິດ​ເສ​ລີ​​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ ຢູ່ ຫວຽດ​ນາມ - ảnh 1 ທ່ານ ໂງຕ່ວານທັ໊ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ  (ພາບ: ຫງວຽນຮົ່ງ)

ທີ່ການຖະແຫຼງຂ່າວ ໃນວັນທີ 7 ພະຈິກ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ການປະຕິກິລິຍາ ຂອງ ຫວຽດນາມ ຕໍ່ບົດລາຍງານຂອງ ອົງການ Freedom House ທີ່ໄດ້ປະກາດໃນວັນທີ 5 ພະຈິກວ່າ ຫວຽດນາມຖືກຈັດຢູ່ໃນ ບັນຊີລາຍຊື່ບັນດາປະເທດບໍ່ມີສິດເສລີໃນການນຳໃຊ້ ອິນເຕີແນັດ, ທ່ານ ໂງຕ່ວານທັ໊ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

        ຂ້າພະເຈົ້າປະຕິເສດບັນດາການຕີລາຄາກ່ຽວກັບ ຫວຽດນາມ ໃນບົດລາຍງານໃນວັນທີ 5 ພະຈິກ ປີ 2019 ຂອງ Freedom House. ເລື່ອງ ຮັບປະກັນບັນດາສິດເສລີໃນການປາກ ເວົ້າ ແລະ ການສຳຜັດກັບຂໍ້ມູນຂ່າວສານ ແມ່ນ ນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ, ທີ່ໄດ້ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ໄດ້ປະຕິບັດຢ່າງຄົບຖ້ວນໃນຕົວຈິງ. ລັດ ຫວຽດນາມແມ່ນ ຍາມໃດກໍ່ມີແຜນນະໂຍບາຍຊຸກຍູ້ການພັດທະນາອິນເຕີແນັດ ເພື່ອແນໃສ່ຮັບໃຊ້ໃຫ້ກິດຈະການສ້າງສາ ແລະ ພັດທະນາປະເທດຊາດ, ກໍ່ຄື ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ, ຮ່ຳຮຽນ ແລະ ການເຮັດວຽກຂອງປະຊາຊົນ.

        ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ຫວຽດນາມຈະ ຮ້ອງຟ້ອງ ຈີນ ກ່ຽວກັບສະພາບການໃນມໍ່ໆມານີ້ຢູ່ທະເລຕາເວັນອອກ. ທ່ານ ໂງຕ່ວານທັ໊ງ ຢັ້ງຢືນວ່າ: ຫວຽດນາມມີແຜນນະໂຍບາຍກຽມພ້ອມແກ້ໄຂຄວາມບໍລົງລອຍກັນໂດຍສັນຕິວິທີ, ຜ່ານວິວັດທະນາການທາງການທູດ ແລະ ດ້ານນິຕິກຳທີ່ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ