ກະຊວງການຕ່າງປະເທດຫວຽດນາມຍົກຄຳເຫັນຕໍ່ເລື່ອງ Facebook ລົງແຜນທີ່ລະເມີດອະທິປະໄຕຫວຽດນາມ

(VOVWORLD) -ວັນທີ 5 ກໍລະກົດ, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ໂງກວາງທັງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ຫນ້າເລື່ອງ Facebook ລົງແຜນທີ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.
ກະຊວງການຕ່າງປະເທດຫວຽດນາມຍົກຄຳເຫັນຕໍ່ເລື່ອງ Facebook ລົງແຜນທີ່ລະເມີດອະທິປະໄຕຫວຽດນາມ - ảnh 1ທ່ານ ໂງຕວານທັງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ

ຕາມທ່ານ ໂງຕວານທັງແລ້ວ, ພາຍຫລັງໄດ້ຮັບຂ່າວຄາວດັ່ງກ່າວ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ເຮັດວຽກກັບ Facebook ແລະ Facebook ໄດ້ດັດແກ້ຂໍ້ມູນຂ່າວທີ່ຜິດພາດດັ່ງກ່າວໃນແຜນທີ່ນີ້. ທ່ານຮອງໂຄສົກກະຊວງການຕ່າງປະເທດ ອີກຄັ້ງຫນຶ່ງໄດ້ເນັ້ນຫນັກວ່າ ຫວຽດນາມ ມີພະຍານຫລັກຖານດ້ານນິຕິທຳຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ໄດ້ກຳນົດແມ່ນເໝາະສົມກັບກົດໝາຍສາກົນ.

ແລະທີ່ການປະຊຸມຂ່າວ, ທ່ານ ໂງຕວານທັງ ໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຈະໄປຢ້ຽມຢາມຫວຽດນາມ ແຕ່ວັນທີ 8-9 ກໍລະກົດ ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດ ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນກັບຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງແທ້ຈິງ, ປະສິດທິຜົນ, ເປັນຕົ້ນໃນບັນດາຂົງເຂດການເມືອງ ການທູດ, ເສດຖະກິດ - ການຄ້າ ການລົງທຶນ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ