ກະຊວງການຕ່່າງປະເທດຫວຽດນາມແຕ່ງຕັ້ງໂຄສົກຄົນໃໝ່

    ກະຊວງການຕ່່າງປະເທດຫວຽດນາມແຕ່ງຕັ້ງໂຄສົກຄົນໃໝ່ - ảnh 1
ທ່າ​ນ ​ເລ​ຫາຍ​ບິງ ຮັບແຕ່ງຕັ້ງເປັນໂຄສົກກະຊວງການ​ຕ່່າງປະ​ເທດ​ຫວຽດນາມ                          (ພາບ:bongoaigiao)

(vovworld)- ​ ວັນ​ທີ 8/2, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່່າງປະ​ເທດ​ຫວຽດນາມ​ຝ້າ​ມ​ບິງ​ມິນ ​ໄດ້​ເຊັນ​ຂໍ້​ຕົກລົງ​ແຕ່ງ​ຕັ້ງທ່າ​ນ ​ເລ​ຫາຍ​ບິງ ຮອງ​ຫົວໜ້າ​ກົມໆ​ການ​ຂ່າວ​ສື່​ມວນ​ຊົນ, ຮອງ​ໂຄສົກກະຊວງການ​ຕ່່າງປະ​ເທດ​ຫວຽດນາມ​ໃຫ້​ດຳລົງ​ຕຳ​ແໜ່​ງຫົວໜ້າ​ກົມໆ​ການ​ຂ່າວ​ສື່​ມວນ​ຊົນ, ໂຄສົກກະຊວງ ການ​ຕ່່າງປະ​ເທດ​ຫວຽດນາມ.

   ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ເຊັນ​ລັດຖະດຳລັດ​ແຕ່ງ​ຕັ້ງທ່າ​ນ ​ເລືອ​ງ​ແທງ​ງິ ຫົວໜ້າ​ກົມໆ​ການ​ຂ່າວ​ສື່​ມວນ​ຊົນ, ​ໂຄສົກກະຊວງການ​ຕ່່າງປະ​ເທດ​ຫວຽດນາມ​ໄປ​ຮັບ​ໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ.ສ.ຫວຽດນາມປະຈຳ​ອົດ​ສະ​ຕາ​ລີ ທັງ​ຮັບຜິດຊອບ​ວຽກ​ງານ​ທູດ​ປະຈຳ ສ. ວາ​ນົວ​ຕູ, ສ. ມາ​ຊານ, ສະຫະພັນ ມິກກ​ໂຣ​ເນ​ເຊຍ, ໝູ່​ເກາະ ​ໂຊ​ໂລມ​ອນ.

ຂ່າວ/ບົດ​ອື່ນ