ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ກຳ​ນົດ ຫວຽດ​ນາມ ບໍ່​ຄອບ​ງຳ​ເງິນ​ຕາ

(VOVWORLD) - ທີ່ບັນດາການເຮັດວຽກລະຫວ່າງສອງຝ່າຍ ກັບທະນາຄານແຫ່ງລັດ ຫວຽດນາມ, ກະຊວງການເງິນ ອາເມລິກາ ໄດ້ຕີລາສູງ ການບໍລິຫານນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ ທີ່ໄດ້ສະແດງໃຫ້ເຫັນຄວາມເຂັ້ມງວດຂອງ ຫວຽດນາມ
ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ກຳ​ນົດ ຫວຽດ​ນາມ ບໍ່​ຄອບ​ງຳ​ເງິນ​ຕາ - ảnh 1ກະຊວງການເງິນ ອາເມລິກາ ກຳນົດ ຫວຽດນາມ ບໍ່ຄອບງຳເງິນຕາ (ພາບ: baochinhphu.vn)

ວັນທີ 8 ພະຈິກ, ທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ ກະຊວງການເງິນ ອາເມລິກາ ຫາກໍ່ປະກາດໃຊ້ບົດລາຍງານກ່ຽວກັບ “ນະໂຍບາຍເສດຖະກິດມະຫາພາກ ແລະ ເງິນຕາຕ່າງປະເທດ ຂອງບັນດາຄູ່ຮ່ວມມື ດ້ານການຄ້າ ໃຫຍ່ຂອງ ອາເມລິກາ”. ບົດລາຍງານໄດ້ສືບຕໍ່ກຳນົດວ່າ ຫວຽດນາມ ບໍ່ຄອບງຳເງິນຕາ, ພ້ອມທັງຍົກອອກການໃຫ້ຄຳເຫັນທີ່ຕັ້ງໜ້າຕໍ່ໝາກຜົນຂອງການບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ.

ທະນາຄານແຫ່ງລັດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ທີ່ບັນດາການເຮັດວຽກລະຫວ່າງສອງຝ່າຍ ກັບທະນາຄານແຫ່ງລັດ ຫວຽດນາມ, ກະຊວງການເງິນ ອາເມລິກາ ໄດ້ຕີລາສູງ ການບໍລິຫານນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ ທີ່ໄດ້ສະແດງໃຫ້ເຫັນຄວາມເຂັ້ມງວດຂອງ ຫວຽດນາມ ໃນການແກ້ໄຂບັນດາຄວາມວິຕົກກັງວົນຂອງຝ່າຍ ອາເມລິກາ ແລະ ຮັກສາສະຖຽນລະພາບຕະຫຼາດການເງິນ, ເງິນຕາ, ເສດຖະກິດມະຫາພາກ ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ