ກະຊວງຄົມມະນະຄົມຂົນສົ່ງສ້າງໂຄງປະກອບຂະແໜງການຄືນໃໝ່ແບບສັງລວມ

ກະຊວງຄົມມະນະຄົມຂົນສົ່ງສ້າງໂຄງປະກອບຂະແໜງການຄືນໃໝ່ແບບສັງລວມ - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ
(ພາບ: baogiaothong.vn)

(vovworld) - ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017 ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ທີ່​ດຳ​ເນີນ​ໃນ​ວັນ​ທີ 10/01 ຢູ່ ຮ່າ​ໂນ້ຍ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ໄດ້​ຮຽກຮ້ອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໃນ​ປີ 2017 ຄວນ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື: ການສ້າງ​ໂຄງ​ປະກອບ​ຂະ​ແໜງ​ການ, ກົງຈັກ​ການຈັດ​ຕັ້ງ​ຄືນ​ໃໝ່; ດັດ​ປັບ​ບັນດາ​ແຜນຜັງ, ຍຸດ​ທະ​ສາດ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ມີ​ຂັ້ນ​ຕອນ​ປະຕິບັດ​ຢ່າງ​ເໝາະ​ສົມ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ພິ​ເສດ ​ແມ່ນ​ໃນ​ຂົງ​ເຂດ​ລົງທຶນ​ພື້ນຖານໂຄງ​ລ່າງ, ກະຊວງ​ຄວນ​ປັບປຸງ​​ແຜນ​ຮ່າງ​ເສັ້ນທາງ​ຄວາມ​ໄວ​ສູງ ​ເໜືອ - ​ໃຕ້ ໃຫ້ສຳ​ເລັດ​ໂດຍ​ໄວ ​ເພື່ອ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເດືອນ​ 05/2017. ພ້ອມ​ກັນ​ນັ້ນ, ກະຊວງ​ຄວນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ສ້າງ​ແຜນການ​ລົງທຶນ​ໂຄງການ​ທ່າ​ອາກາດ​ສະຍານ​ສາກົນ ລອງ​ແທ່ງ; ປັບປຸງຄວາມ​ສາມາດ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃຫ້​ສຳ​ເລັດ ​ເພື່ອ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ປີ 2018; ປຸກລະດົມ​​​ເງິນ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ທ່າ​ກ່ຳ​ປັ່ນ, ຍົກ​ລະດັບ​ພື້ນຖານໂຄງ​ລ່າງ​ທາງ​ນ້ຳ ​ແລະ ສ້າງ​ການ​ເຊື່ອ​ມຕໍ່​ລະຫວ່າງ​ທາງ​ລົດ​ໄຟ​ກັບ​ບັນດາ​ເຂດ​ອຸດສາຫະກຳ ​ເພື່ອ​ຫລຸດຜ່​ອນ ການ​ຂົນ​ສົ່ງທາງບົກ, ທາງ​ອາ​ກາດ.

 

ຂ່າວ/ບົດ​ອື່ນ