ກະຊວງຄົມມະນາຄົມ-ຂົນສົ່ງ ເລີ່ມລົງມືກໍ່ສ້າງ 12 ໂຄງການເສັ້ນທາງຄວາມໄວສູງໃນປີ 2022

(VOVWORLD) -ປີ 2022 ທາງກະຊວງກໍ່ຕ້ອງຜັນຂະຫຍາຍບັນດາໂຄງການເປີດກວ້າງສະໜາມບິນ ໂນ້ຍບ່າຍ, ເລີ່ມລົງມືກໍ່ສ້າງສະໜາມບິນ ດ້ຽນບຽນ, ຊາປາ, ກົນດາວ…
ກະຊວງຄົມມະນາຄົມ-ຂົນສົ່ງ ເລີ່ມລົງມືກໍ່ສ້າງ 12 ໂຄງການເສັ້ນທາງຄວາມໄວສູງໃນປີ 2022 - ảnh 1(ກອງປະຊຸມຜັນຂະຫຍາຍແຜນການປີ 2022 ຂອງກະຊວງຄົມມະນາຄົມ-ຂົງສົ່ງ)

ກ້າວເຂົ້າປີ 2022, ໜ້າທີ່ໃຫຍ່ສຸດຂອງຂະແໜງກະຊວງຄົມມະນາຄົມ-ຂົງສົ່ງ ຫວຽດນາມ ນັ້ນແມ່ນສຸມໃສ່ລົງທຶນໂຄງສ້າງຄົມມະນາຄົມ, ຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມ. ໃນນັ້ນ, ເພື່ອບັນລຸເປົ້າໝາຍຮອດປີ 2025 ຫວຽດນາມ ມີເສັ້ນທາງຄວາມໄວສູງ 3.000 ກມ, ຂະແໜງຄົມມະນາຄົມ-ຂົງສົ່ງ ຕ້ອງເລີ່ມລົງມືກໍ່ສ້າງ 12 ໂຄງການຄວາມໄວສູງເໜືອ-ໃຕ້, ສູ້ຊົນກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ 1.800 ກມ ໃນປີຈະມາເຖິງ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ທີ່ກອງປະຊຸມຜັນຂະຫຍາຍແຜນການປີ 2022 ຂອງກະຊວງຄົມມະນາຄົມ-ຂົງສົ່ງ, ຈັດຂຶ້ນໃນວັນທີ 25 ທັນວາ. ທ່ານຮອງນາຍົກລັດຖະມົນຕີສະເໜີວ່າ, ຄວນຈັດແບ່ງງົບປະມານການລົງທຶນໃຫ້ແຕ່ລະໂຄງການ, ກິດຈະກຳຢ່າງເໝາະສົມ, ພ້ອມກັນນັ້ນ, ເພີ່ມທະວີການຕິດຕາມຄຸນນະພາບກິດຈະກຳ, ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ.

ນອກນັ້ນ, ປີ 2022 ທາງກະຊວງກໍ່ຕ້ອງຜັນຂະຫຍາຍບັນດາໂຄງການເປີດກວ້າງສະໜາມບິນ ໂນ້ຍບ່າຍ, ເລີ່ມລົງມືກໍ່ສ້າງສະໜາມບິນ ດ້ຽນບຽນ, ຊາປາ, ກົນດາວ… ສຳລັບເສັ້ນທາງລົດໄຟ, ຄວນສຸມໃສ່ຄົ້ນຄວ້າ ສະເໜີເພີ່ມເຕີມບັນດາສາຍໃໝ່ຄື: ນະຄອນ ໂຮ່ຈີມິນ - ເກິນເທີ - ກ່າເມົາ; ຫຼື ບັນດາສາຍຂ້າມຊາຍແດນ ກຳປູເຈຍ, ລາວ…

ຕອບກັບ

ຂ່າວ/ບົດ​ອື່ນ