ກະຊວງຖະແຫຼງຂ່າວແລະສື່ສານຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ

ກະຊວງຖະແຫຼງຂ່າວແລະສື່ສານຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ - ảnh 1
ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວຄຳເຫັນທີ່ກອງ​ປະຊຸມ​ໃຫຍ່​ແຂ່ງຂັນຮັກ​ຊາດ
(ພາບ: baochinhphu.vn)


​​(vovworld) - ​ໄລຍະ 2011 – 2015, ຂະ​ບວນການ​ແຂ່ງ​ຂັນ, ​ແຮງ​ງານ​ເກັ່ງ​ຕິດ​ພັນ​ກັບ​ການ​ຮໍ່າຮຽນ ​ແລ​ະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ປະທານ​ໂຮ່ຈິ​ມິນ ​​ເຊິ່ງ​ໄດ້ຮັບາ​ການ​ຕອຍສະ​ໜອງ​ຢ່າງ​ຕັ້ງໜ້າ, ກວ້າງ​ແຂ​ວາງຈາກກະຊວງຖະ​ແຫຼ​ງຂ່າວ​ ແລະ ​ສື່ສານ. ​ເຂົ້າ​ຮ່ວມ​ ​ແລະ ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ໃຫຍ່ແຂ່ງຂັນຮັກ​ຊາດ​ຂອງ​ຂະ​ແໜງ ​ເຊິ່ງດຳ​ເນ​ີນ​ໄປ​ໃນ​ວັນ​ທີ 24/07, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ໄດ້ເນັ້ນ​ໜັກ​ເຖິງບັນດາ​ໜ້າ​ທີ່​ຕ້ອງ​ສຸມ​ໃສ່​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        “ສືບ​ຕໍ່​ໂຄສະນາ, ຊາບ​ຊຶມ​​ແນວຄິດ​ແຂ່ງຂັນ​ຮັກ​ຊາດ​ຂອງ​ປະທານ​ໂຮ່ຈິ​ມິນ, ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃມ່ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ສຳຄັນ​ຂອງ​ວຽກ​ງານ​​ແຂ່ງຂັນ​ຍ້ອງຍໍ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິ​ດສ້າງ​ຂອງ​ໝູ່​ຄະນະ, ສ່ວນ​ບຸກຄົນ. ນອກຈາກ​ນັ້ນ, ຈັດ​ຕັ້ງ​ບັນດາ​ຂະ​ບວນ​ການ​ແຂ່ງຂັນ ຕ້ອງ​ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມ​ືອງ, ວຽກ​ງານ​ວິຊາ​ສະເພາະ. ວຽກ​ງານ​ແຂ່ງຂັນ​ຕ້ອງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ຕິດ​ພັນ​ກັບ​ມາດຕະຖານພັດທະນາ​ຂອງ​ແຕ່​ລະ​ອົງການ, ຫົວໜ່ວຍ​ຂັ້ນ​ຮາກ​ຖານ”.

        ປຸກລະດົມ​ຂະ​ບວນການ​ແຂ່ງຂັນຮັກ​ຊາດ​ໃນ​ໄລຍະ 2016 – 2020, ກະຊວງ​ຖະ​ແຫຼງຂ່າວ​ແລະ​ສື່ສານ​ ສຸມ​ໃສ່​ບັນລຸ​ລະດັບ​ເຕີບ​ໂຕ​ດ້ານ​ໂທລະ​ຄົມມະນາຄົມ, ພັດທະນາ​ອຸ​ດສາ​ຫະກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສາ​ນ​ຂະ​ແໜງ​ເສດຖະກິດ - ​ເຕັກນິກ​ຕົ້ນ​ຕໍ່, ສູ້ຊົນ​ຮອດ​ປີ 2020, ຫວຽດນາມ ນອນ​ໃນ​ກຸ່ມ 1/3 ປະ​ເທດທີ່​ນຳ​ໜ້າ​ໃນ​ຕາຕະລາງ​ຈັດ​ອັນ​ດັບ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ລະດັບ​ພ້ອມ​ແລ້ວຂອງ​ລັດຖະບານ​ເອ​​ເລກ​ໂຕ​ນິກ.

ຂ່າວ/ບົດ​ອື່ນ