ກະຊວງວິທະຍາສາດແລະເຕັກໂນໂລຊີຫວຽດນາມແລະກອງທືນເຕັກໂນໂລຊີແລະປ່ຽນໃໝ່ຂໍ້ລິເລີ່ມແຟງລັງ ເຊັນສັນຍາຮ່ວມມື

ກະຊວງວິທະຍາສາດແລະເຕັກໂນໂລຊີຫວຽດນາມແລະກອງທືນເຕັກໂນໂລຊີແລະປ່ຽນໃໝ່ຂໍ້ລິເລີ່ມແຟງລັງ ເຊັນສັນຍາຮ່ວມມື - ảnh 1
ພິ​ທີ​ເຊັນ​ສັນ​ຍາ​ບົດ​ບັນ​ທຶກ​ຊ່ວຍ​ຈຳການ​ຮ່ວມ​ມື
(ພາບອິນເຕີແນັດ)


(vovworld) - ພິ​ທີ​ເຊັນ​ສັນ​ຍາ​ບົດ​ບັນ​ທຶກ​ຊ່ວຍ​ຈຳການ​ຮ່ວມ​ມື ດຳ​ເນີນວັນ​ທີ 8 ມີ​ນາ, ທີ່ນະ​ຄອນຫຼວງ​ຮ່າ​ໂນ້ຍ ​ເພື່ອ​ແນ​ໃສ່​ເປີດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ລັດ​ຖະ​ບານຫຼາຍກວ່າ​ເກົ່າ, ພ້ອມ​ທັງ​ເພີ່ມ​ທະ​ວີການ​ຮ່ວມ​ມື, ກໍ່​ຄື​ການ​ພັດ​ທະ​ນາ ລະ​ຫວ່າງ ສອງ​ປ​ະເທດ​ໃນ​ຂອບ​ເຂດວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​. ທ່ານ ນາງ Lenita Toivakka, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​​ການ​ຄ້າສາ​ກົນ ແລະ ພັດ​ທະ​ນາແຟງ​ລັງ, ເນັ້ນ​ໜັກ​ວ່າ​ຫວຽດ​ນາມ ແລະ ແຟງ​ລັງ ​ຜັນ​ຂະ​ຫຍາຍ​ໂຄງ​ການ​ປ່ຽນ​ໃໝ່ຫຼາຍໂຄງ​ການ ແລະ ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ໃນ​ໄລ​ຍະ​ຜ່ານ​ມາ, ປ​ັດ​ຈຸ​ບັນ​ລານກ​ານ​ຮ່ວມ​ມື ກ່ຽວ​ກັບ​ການ​ປ່ຽນ​ໃໝ່ ແລະ ​ຂໍ້​ລິ​ເລີ່ມ ລະ​ຫວ່າງ​ ສອງ​ລັດ​ຖະ​ບານ​ໄດ້​ເຂົ້າ​ສູ່​ໄລ​ຍະ​ 2  ແລະ ​ໄດ້​ຮັບ​ຮອງເປັນ​ຜົນ​ສຳ​ເລັດ​ໃຫຍ່​ໃນ​ການ​ຮ່ວມ​ມື​ ລະ​ຫວ່າງ ສອງ​ປະ​ເທດ. ລາຍ​ການ​​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຫວຽດ​ນາມຢ່າງ​ແທ້​ຈິງ ແລະ ເພີ່ມ​ທະ​ວີ​ຄູ່​ຮ່ວມ​ມື ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ແຟງ​ລັງ ຫຼາຍກວ່າ​ເກົ່າ. ຕາມ​ເນື້ອ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ການ​ຮ່ວມ​ມື ລະ​ຫວ່າງ ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ແລະ ​ກອງ​ທືນ​ເຕັກ​ໂນ​ໂລ​ຊີ ແລະ ປ່ຽນ​ໃໝ່​​ຂໍ້​ລິ​ເລີ່ມ​ແຟງ​​ລັງ, ສອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ແຟງ​ລັງ ຈະ​ພ້ອມ​ກັນ​ຊ່ວຍ​ໜູນ​ບັນ​ດາ​ວິ​ສາ​ກະ​ກິດ ​ປະ​ສານ​ສົບ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ຄົ້ນ​ຄ້​ວາ​ລວມ ​ບົນ​ພື້ນ​ຖານທ່າ​ແຮງ​ຂອງແຕ່​ລະ​ຝ່າຍ​ຄື: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ໂທ​ລະ​ຄົມ​ມະ​ນາ​ຄົມ, ​ສົ່ງ​ເສີມ​ສຸ​ຂະ​ພາບ, ພະ​ລັງ​ງານ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຊີນາ​ໂນ, ເຕັກ​ໂນ​ໂລ​ຊີ​ບໍ​ລິ​ສຸດ.
ຂ່າວ/ບົດ​ອື່ນ