ກະຊວງອຸດສາຫະກຳການຄ້າຈັດກອງປະຊຸມມອບຮັບໜ້າທີ່ສົ່ງເສີມການຄ້າ
(VOVWORLD) - ວັນທີ 12 ມີນາ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດກອງປະຊຸມມອບຮັບໜ້າທີ່ສົ່ງເສີມການຄ້າ ກັບລະບົບການຄ້າ ຫວຽດນາມ ຢູ່ຕ່າງປະເທດ ໄຕມາດທີ 1 ປີ 2026.
ທີ່ກອງປະຊຸມມອບຮັບໜ້າທີ່ສົ່ງເສີມການຄ້າ
(ພາບ:moit.gov.vn)
|
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ການສະໜອງຂໍ້ມູນຕະຫຼາດຢ່າງທັນການ, ຊັດເຈນ ແລະ ມີຄວາມສາມາດຄາດຄະເນ ແມ່ນປັດໄຈສຳຄັນຍິ່ງຕໍ່ວຽກງານບໍລິຫານຂອງລັດຖະບານ ກໍຄືສຳລັບການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ສະນັ້ນ, ເລື່ອງສ້າງພື້ນຖານດີຈີຕອນປະມວນ, ການເຊື່ອມຕໍ່ຂໍ້ມູນ ແມ່ນບາດກ້າວເດີນທີ່ຖືກຕ້ອງ, ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມີແບບມີແຜນ ແລະ ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ:
“ຕິດພັນການພັດທະນາພື້ນຖານດີຈີຕອນກັບຄວາມຕ້ອງການຕົວຈິງຂອງວິສາຫະກິດ. ບັນດາສະຫະສະມາຄົມຂະແໜງສິນຄ້າ ແລະ ປະຊາຄົມວິສາຫະກິດຕ້ອງໄດ້ຮັບການສົ່ງເສີມເຂົ້າຮ່ວມລະບົບນີ້ຢ່າງຕັ້ງໜ້າ, ຍ້ອນເຂົາເຈົ້າທັງແມ່ນເປົ້າໝາຍໄດ້ຊົມໃຊ້, ທັງແມ່ນແຫຼ່ງສະໜອງຂໍ້ມູນຂ່າວສຳຄັນໃຫ້ແກ່ລະບົບຂໍ້ມູນການຄ້າ… ຕ້ອງຖືນີ້ແມ່ນເຄື່ອງມືສຳຄັນເພື່ອເຂົ້າເຖິງຂໍ້ມູນຕະຫຼາດ, ຍົກສູງກຳລັງແກ່ງແຍ້ງ ແລະ ເປີດກວ້າງການເຄື່ອນໄຫວສົ່ງອອກ.”