(VOVWORLD) - ຄະນະໄດ້ປະຕິບັດງານດ້ວຍ ກຳປັ່ນ 2 ລຳເຈື່ອງຊາ 04 ແລະ ເຈື່ອງຊາ 21 ຂື້ນກັບທະຫານເຮືອເຂດ 2.
(ການປ່ອນບັດເລືອກຕັ້ງກ່ອນກຳນົດເວລາ) |
ວັນທີ 12 ມີນາ, ພາຍຫຼັງການເດີນທະເລເປັນເວລາ 15 ວັນ, ໜ່ວຍເລືອກຕັ້ງກ່ອນກຳນົດເວລາທະຫານເຮືອເຂດ 2 ໄດ້ນຳເອົາຫີບປ່ອນບັດ ແລະ ບັນດາບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງເຊິ່ງແມ່ນພະນັກງານ, ນັກຮົບຢູ່ 15 ເຮືອນຮ້ານ DK1, ກຳປັ່ນປະຈຳການ ແລະ ຊາວປະມົງທີ່ພວມຈັບຫາປາຢູ່ເຂດທະເລ DK1 ກັບມາຮອດຝັ່ງ. ວິວັດການປ່ອນບັດຮັບປະກັນຖືກຕາມຫຼັກການ, ທຳນຽມ, ຂັ້ນຕອນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາຜູ້ແທນປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.
ຄະນະໄດ້ປະຕິບັດງານດ້ວຍ ກຳປັ່ນ 2 ລຳເຈື່ອງຊາ 04 ແລະ ເຈື່ອງຊາ 21 ຂື້ນກັບທະຫານເຮືອເຂດ 2. ທ່ານພັນເອກ ເລຮົ່ງກວາງ, ຮອງຫົວໜ້າການເມືອງທະຫານເຮືອເຂດ 2, ຫົວໜ້າໜ່ວຍເລືອກຕັ້ງກ່ອນກຳນົດເວລາ, ໃຫ້ຮູ້ວ່າ:
“ຜູ້ມີສິດເລືອກຕັ້ງຢູ່ທະເລ ລວມມີພະນັກງານ, ນັກຮົບພວມປະຕິບັດໜ້າທີ່ຢູ່ບັນດາເຮືອນຮ້ານ DK1, ກຳປັ່ນປະຈຳການ ແລະ ຊາວປະມົງ 100% ລ້ວນແຕ່ມີຄວາມພາກພູມໃຈ, ຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງ; ຍົກສູງຈິດໃຈຄວາມຮັບຜິດຊອບ, ເສີມຂະຫຍາຍສິດປະຊາທິປະໄຕໃນການຄົ້ນຄວ້າ, ຄັດເລືອກເອົາຜູ້ສະໝັກຮັບເລືອກຕັ້ງ ແລະ ປະຕິບັດການປ່ອນບັດຖືກຕາມຂໍ້ກຳນົດ, ຂັ້ນຕອນ, ລະບຽບການ”.