ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ

(VOVWORLD) - ທ່ານເລຂາທິການໃຫຍ່ ຮຽກຮ້ອງຕ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນລະດັບຊາດ, ຕ້ອງໄດ້ຮັບການປະຕິບັດຢ່າງຂ້ຽວຂາດ
ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ - ảnh 1(ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ກອງປະຊຸມ)

ຕອນບ່າຍວັນທີ 12 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ປີ 2026 ຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ເຂົ້າຮ່ວມວາລະປະຊຸມມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຮຽກຮ້ອງຕ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນລະດັບຊາດ, ຕ້ອງໄດ້ຮັບການປະຕິບັດຢ່າງຂ້ຽວຂາດ, ມີແບບມີແຜນ, ແນ່ນອນ ແລະ ມີປະສິດທິຜົນກວ່າ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ:

“ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ຊີ້ນຳການຊຸກຍູ້ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນໃນແຕ່ລະຂະແໜງການ, ຂົງເຂດ, ວິສາຫະກິດ. ກວດກາ, ຕີລາຄາຄືນເຕັກໂນໂລຊີທີ່ພວມນຳໃຊ້ໃນຂົງເຂດການຜະລິດ ເພື່ອມີມາດຕະການຍົກລະດັບ, ຫັນປ່ຽນເຕັກໂນໂລຊີ, ສ້າງສະມັດຕະພາບການອອກແຮງງານໃຫ້ສູງກວ່າ, ມີປະສິດທິຜົນກວ່າ, ປະກອບສ່ວນໂດຍກົງເຂົ້າໃຂການປະຕິບັດບັນລຸລະດັບເຕີບໂຕ 2 ຕົວເລກຂອງປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ