ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ຄັ້ງ​ທີ 2 ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ປອດ​ໄພ ແລະ ຄວາມ​ດູດ​ດື່ມ

(VOVWORLD) -  ຕອນບ່າຍວັນທີ 24 ກັນຍາ, ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບໜັງສືພິມເອເລັກໂຕນິກ VnExpress ຈັດຕັ້ງການໂອ້ລົມສົນທະນາ “ກະຕຸ້ນການທ່ອງທ່ຽວພາຍໃນປະເທດ - ເຂົ້າຮ່ວມພຶດຕິກຳຕົວຈິງ ຢູ່ຫວຽດນາມຢ່າງປອດໄພ ແລະ ມີຄວາມດູດດື່ມ”. ເຫດການໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ, ບໍລິສັດການທ່ອງທ່ຽວເປັນຈຳນວນຫຼວງຫຼາຍໃນທົ່ວປະເທດ.
ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ຄັ້ງ​ທີ 2 ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ປອດ​ໄພ ແລະ ຄວາມ​ດູດ​ດື່ມ - ảnh 1ກະຕຸ້ນການທ່ອງທ່ຽວພາຍໃນປະເທດ - ເຂົ້າຮ່ວມພຶດຕິກຳຕົວຈິງ ຢູ່ຫວຽດນາມຢ່າງປອດໄພ ແລະ ມີຄວາມດູດດື່ມ” (ພາບ: nhandan.com.vn

ນີ້ແມ່ນໄລຍະສືບຕໍ່ປະຕິບັດໂຄງການກະຕຸ້ນ ເຊິ່ງໄດ້ປະກາດໃຊ້ຕາມແຜນການຂອງກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ທີ່ປຸກລະດົມມາແຕ່ຕົ້ນເດືອນພຶດສະພາ. ໄລຍະນີ້, ໂຄງການໄດ້ສຸມໃສ່ຫົວຂໍ້ກ່ຽວກັບ ການທ່ອງທ່ຽວ ຢ່າງປອດໄພ ແລະ ດູດດື່ມຢູ່ຫວຽດນາມ, ດ້ວຍ 2 ເນື້ອໃນ: ທີ 1 ແມ່ນຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ, ຍູ້ແຮງການສື່ຂ່າວຜ່ານບັນດາຊ່ອງທາງທ້ອງຖິ່ນ. ພ້ອມກັບບ້ວງເງິນກະຕຸ້ນການທ່ອງທ່ຽວ, ການສື່ສານກ່ຽວກັບການທ່ອງທ່ຽວທີ່ປອດໄພແມ່ນຈຳເປັນກ່ວາ.  ທີ່ສອງແມ່ນສືບຕໍ່ມີການຮ່ວມສຳພັນລະຫວ່າງບັນດາຂະແໜງການສະໜອງການບໍລິການທີ່ມີລາຄາດຶງດູດເພື່ອໃຫ້ແຂກທ່ອງທ່ຽວມາທ່ອງທ່ຽວຫຼາຍກ່ວາອີກ.

ຕາມທ່ານ ຮ່າວັນຊຽວແລ້ວ, ໂຄງການກະຕຸ້ນການທ່ອງທ່ຽວຂອງຂະແໜງຈະສາມາດເຕີບໂຕດີໃນທ້າຍປີ 2020. ໂຄງການກະຕຸ້ນຄັ້ງທີ 2 ນີ້, ກ່ອນອື່ນໝົດແມ່ນຕ້ອງ ຮັບປະກັນຄວາມປອດໄພ. ໄປຄຽງຄູ່ກັບຄວາມປອດໄພຕ້ອງມີປັດໄຈທີ່ດູດດື່ມ. ບັນດາທ້ອງຖິ່ນຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງພ້ອມກັນສ້າງການກະຕຸ້ນ, ໂຄງການທ່ອງທ່ຽວທີ່ດູດດືມ.

ຕອບກັບ

ຂ່າວ/ບົດ​ອື່ນ