ກະສິກຳປອດສານຜິດໃຫ້ຊາວຫວຽດນາມແລະໂລກ

ກະສິກຳປອດສານຜິດໃຫ້ຊາວຫວຽດນາມແລະໂລກ - ảnh 1
ທ່ານ​ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ທີ່ພິທີ​ສະ​ເໝີ​ຕົວ
​ລາຍການ​ໂທລະພາບ “ກະສິກຳ​ປອດ​ສານ​ຜິດ”

(vovworld) - ກ່າວ​ຄຳ​ເຫັນ​ທີ່ພິທີ​ສະ​ເໝີ​ຕົວ​ລາຍການ​ໂທລະພາບ “ກະສິກຳ​ປອດ​ສານ​ພິດ” ​ໂດຍ​​ໂທລະພາບ ຫວຽດນາມ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 10/10 ຢູ່ ຮ່າ​ໂນ້ຍ, ທ່ານ​ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຖື​ວ່າ: ​ເລື່ອງ​ເລີ່​ມຕົ້ນ​​ລາຍການ “ກະສິກຳ​ປອດ​ສານ​ພິດ” ຢືນຢັນ​​ເຖິງ​ຄວາມຕັດສິນ​​ໃຈນຳ​ພື້ນຖານ​ກະສິກຳ ຫວຽດນາມ ມຸ່ງ​ໄປ​ເຖິງ​ກະສິກຳ​ ປອດ​ສານ​ຜິດ ຫວຽດນາມ ​ໃຫ້​ຊາວ ຫວຽດນາມ ​ແລະ ​ໂລກ. “ກະສິກຳ​ປອດ​ສານ​ພິດ” ​ແມ່ນ​ລາຍການ​ໂທລະພາບ​ຕົວ​ຈິງ​ແນະນຳ ​ແລະ ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ປະ​ເພດພິ​ເສດ​ຂອງ ຫວຽດນາມ, ບັນ​ດາ​ເຂດ​ກະສິກຳ​ຊື່​ສຽງ​ຂອງ​ປະ​ເທດ ​ແລະ ບັນດາ​​ເຂດຜະລິດ​ປອດ​ສານ​ພິດ ​ເຊິ່ງປະຈຸ​ບັນ​ພວມພັດທະນາ​ໃນ​ທຸກ​ແຂວງ​ນະຄອນ​ຂອງ​ປະ​ເທດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ:

        “ບໍ່​ສາມາດ​ມີ​ຕາ​ແສງ​ຊົນນະບົດ​​ໃໝ່ ​ເຊິ່ງການ​ຜະລິດ​ພັດບໍ່​ປອດ​ໄພ, ນັ້ນ​ແມ່ນ​ວັດທະນະທຳ​ຂອງ​ຊາວ ຫວຽດນາມ. ​ເພາະ​ສະ​ນັ້ນ ລາຍການ “ກະສິກຳ​ປອດ​ສານ​ພິດ” ​ແມ່ນ​ເຄື່ອງມືດ້ວຍ 3 ບົດບາດ​ໜ້າ​ທີ່. ທັງ​ໂຄ​ສະນາ​ເຜີຍ​ແຜ່, ທັງ​ໜູນ​ຊ່ວຍ ​ແລະ ທັງ​ປະກອບສ່ວນຈຳໜ່າຍ​ຜະລິດ​ຕະພັນ​ມີ​ຄວາມ​ສຳຄັນ​ທີ່​ສຸດ. ພວກ​​ເຮົາຄວນ​ສົມທົບ​ກັນ ​ເພື່ອ​​ໃຫ້ກະສິກຳ ຫວຽດນາມ ຕ້ອງ​ແມ່ນ​ກະສິກຳ​ປອດ​ສານ​ພິດ ​ແລະ ສິນຄ້າສົ່ງ​ອອກຂອງ ຫວຽດນາມ ຕ້ອງ
ປອດ​ສານ​ພິດ”

 

 

ຂ່າວ/ບົດ​ອື່ນ