ກະສັດກາຕາ ຢ້ຽມຢາມເຂດ ກາຊາ ຄັ້ງປະຫວັດສາດ

ກະສັດກາຕາ ຢ້ຽມຢາມເຂດ ກາຊາ ຄັ້ງປະຫວັດສາດ - ảnh 1
ກະ​ສັດ​ກາ​ຕາ Hamad bin Khalifa al-Thani ​ຢ້ຽມຢາມ​ເຂດ​ກາຊາ
(ພາບ : internet )


Vovworld- ວັນ​ທີ 23/10, ກະ​ສັດ​ກາ​ຕາ Hamad bin Khalifa al-Thani ​ໄດ້​ທຳ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ເຂດ​ກາຊາ ​ໂດ​ຍກຸ່ມ​ອິດສະ​ລາມ ຮາ​ມາດ​ຂອງ​ປາ​ແລດ​ສຕີນ​ຄວບ​ຄຸມ, ​ແນ​ໃສ່​ຊຸກຍູ້​ບັນດາ​ໂຄງການ​ລົງທຶນ​ເຂົ້າ​ໃນ​ກິດຈະການ​ສາງ​ສາ​ເຂດ​ດິນ​ແດນ​ນີ້​ຄືນ​ໃໝ່. ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ, ກະ​ສັດ​ກາ​ຕາ Hamad bin Khalifa al-Thani ​ໄດ້​ເປັນ​ເອກະສັນ​​ເພີ່ມ​ລະດັບ​ການ​ລົງ​ທຶນເຂົ້າ​ໃນ ບັນດາ​ໂຄງການ ​ສາງ​ສາ​ເຂດ​ ກາຊາ ​ຄືນ​ໃໝ່ ​ຈາກ​ລະດັບ 254 ລ້ານ USD ​ໃນ​ປະຈຸ​ບັນ​ຂຶ້ນ​ເປັນ 400 ລ້ານ USD. ນອກຈາກ​ນັ້ນ, ກະສັດ​ກາ​ຕາກໍ​ໄດ້​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາ​ລຶກ​ໂຄງການ​ກໍ່ສ້າງ​ກຸ່ມ​ເຮືອນ​ຢູ່​ທີ່​ໃສ່​ຊື່​ຂອງ​ພະ​ອົງ. ​ໂຄງ​ການ​ນີ້​ຈະ​ປຸກ​ສ້າງ​ເຮືອນ 3.000 ຫຼັງ​ຢູ່​ນະຄອນ Khan Yunis  ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ ໂຄງການ​ສາງ​ສາ​ເຂດ​ກາຊາ​ຄືນ​ໃໝ່​ໂດຍ ກາ​ຕາ​ລົງທຶນ. ກະ​ສັດ​ກາ​ຕາ Hamad bin Khalifa al-Thani ​ແມ່ນ​ປະມຸກ​ລັດ​ຜູ້​ທຳ​ອິດ​ໄປ​ຢ້ຽມຢາມ ​ເຂດ​ກາ​ຊາ​ນັບ​​ແຕ່​ເວລາ​ຂະ​ບວນການ ຮາ​ມາດ ຢຶດ​ເອົາ​ສິດ​ຄວບ​ຄຸມ​ເຂດ​ດິ​ນແດນແຫ່ງນີ້​ນັບ​ແຕ່​ປີ 2007​ເປັນ​ຕົ້ນມາ.

ຂ່າວ/ບົດ​ອື່ນ