ກາຕາ ຫວັງວ່າ ທ່າກ່ຳປັ່ນໃໝ່ ຈະຊ່ວຍຮັບມືຕໍ່ບັນດາມາດຕະການລົງໂທດ

(VOVWORLD) - ວັນທີ 5 ກັນຍາ, ກາຕາ ເປີດສະຫຼອງທ່າກ່ຳປັ່ນໃໝ່ Hamad ຢ່າງເປັນທາງການ ດ້ວຍຄວາມຫວັງວ່າ ຮາກຖານທີ່ມີມູນຄ່າ 7,4 ຕື້ USD ນີ້
ກາຕາ ຫວັງວ່າ ທ່າກ່ຳປັ່ນໃໝ່ ຈະຊ່ວຍຮັບມືຕໍ່ບັນດາມາດຕະການລົງໂທດ - ảnh 1(ພາບປະກອບ) 

ຈະກາຍເປັນສູນຂົນສົ່ງສິນຄ້າໃນພາກພື້ນ, ຊ່ວຍໃຫ້ພື້ນຖານເສດຖະກິດຂອງປະເທດເຂດອ່າວ ເປີເຊຍ ນີ້ ຮັບມືຕໍ່ບັນດາມາດຕະການລົງໂທດຈາກບັນດາປະເທດບ້ານໃກ້ເຮືອນຄຽງ ອາຣັບ. ທ່າກ່ຳປັ່ນ Hamad ຫ່າງຈາກນະຄອນຫລວງ ໂດຮາ ໄປທາງທິດໃຕ້ 40 ກມ, ໄດ້ຮັບຄວາມຫວັງວ່າ ຈະແມ່ນທ່າກ່ຳປັ່ນ Container ໃຫຍ່ສຸດຂອງ ກາຕາ ແລະ ຊ່ວຍປະເທດນີ້ ມີການພົວພັນດ້ານການຄ້າກັບປະມານ 150 ປະເທດ. ກ່າວຄຳເຫັນທີ່ພິທີເປີດສະຫຼອງທ່າກ່ຳປັ່ນດັ່ງກ່າວ, ທ່ານ Jassim bin Saif Al – Sulaiti ລັດຖະມົນຕີກະຊວງຄົມມະນາຄົມ ເນັ້ນໜັກວ່າ: “ນີ້ແມ່ນປະຕູ ຊ່ວຍທຳລາຍບັນດາຂໍ້ຈຳກັດ ທີ່ຈັດວາງຕໍ່ພື້ນຖານເສດຖະກິດ ກາຕາ”.

ຕອບກັບ

ຂ່າວ/ບົດ​ອື່ນ